Header Ads

ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2018 ແນໃສ່ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງທັງຢູ່ສູນກາງ ແລະ ທ້ອງຖິ່ນ


ອີງຕາມການລາຍງານຂອງ ນສພ ປະຊາຊົນ  ວ່າ: ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານໄດ້ຈັດກອງປະ ຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2018 ຂຶ້ນໃນວັນທີ 28 ມັງກອນນີ້ ທີ່ຫ້ອງປະຊຸມຄະນະກວດກາສູນກາງພັກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະ ມົນຕີ ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີບັນດາ ເລຂາ-ຮອງເລຂາ, ຄະນະປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ; ປະທານ-ຮອງປະທານຄະນະກວດກາພັກ-ອົງການກວດກາລັດ ທີ່ມາຈາກບັນດາກະຊວງ-ອົງການ,ນະຄອນຫຼວງ, ບັນດາແຂວງໃນຂອບເຂດທົ່ວປະເທດ ແລະ ແຂກຖືກເຊີນເຂົ້າຮ່ວມ.

ສະຫາຍ ບຸນທອງ ຈິດມະນີ ໄດ້ກ່າວເປີດກອງປະຊຸມ ຊຶ່ງມີເນື້ອໃນບາງຕອນວ່າ: ກອງປະຊຸມຂອງພວກເຮົາເທື່ອນີ້ ຈະໄດ້ພ້ອມກັນຄົ້ນຄວ້າຍົກໃຫ້ເຫັນດ້ານດີ, ບົດຮຽນທີ່ຕ້ອງເສີມຂະຫຍາຍ, ຊອກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ເພື່ອປັບປຸງແກ້ໄຂໃນຕໍ່ໜ້າ ເປັນຕົ້ນແມ່ນວຽກງານຕິດຕາມ-ກວດກາພາຍໃນພັກ,ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ພ້ອມກັນນັ້ນ ຕ້ອງຄົ້ນຄວ້າປະກອບຄຳຄິດຄຳເຫັນໃຫ້ເລິກເຊິ່ງ, ເປັນເອກະພາບຕໍ່ທິດທາງ, ໜ້າທີ່ ແລະ ບັນດາວຽກທີ່ຈະຕ້ອງສຸມໃສ່ຈັດຕັ້ງປະຕິບັດ ໃນປີ 2019, ແນໃສ່ເຮັດໃຫ້ວຽກງານຕິດຕາມ, ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງທັງຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ມີການຫັນປ່ຽນໃຫ້ດີຂຶ້ນກວ່າເກົ່າ, ປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດດ້ວຍກົດໝາຍມີຄວາມສັກສິດ, ການພັດທະນາເສດຖະກິດສັງຄົມມີການຂະຫຍາຍຕົວ, ບັນລຸຕາມລະດັບຄາດໝາຍທີ່ພວກເຮົາວາງໄວ້, ການກໍ່ສ້າງພັກ-ພະນັກງານ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຕາມທິດທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກໄດ້ກໍານົດໄວ້.


ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2018 ຈະດໍາເນີນໄປເປັນເວລາ 3 ວັນ (28-30 ມັງກອນ 2019) ຈຶ່ງຈະສໍາເລັດລົງ ໃນວາລະກອງປະຊຸມ ຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບວຽກງານກວດກາ ປະຈໍາປີ 2018, ທິດທາງແຜນການປີ 2019 ແລະ ບັນດາເນື້ອໃນເອກະສານສໍາຄັນກ່ຽວກັບວຽກງານກວດກາ ເພື່ອໃຫ້ມີຄວາມເປັນເອກະ ພາບ ແລະ ຈັດຕັ້ງປະຕິບັດໄປລວງດຽວກັນ.


ພາບ ແລະ ຂ່າວ : ນສພ ປະຊາຊົນ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.