Header Ads

ທ່ານ ຈັນສີ ໂພສີຄຳ ຢ້ຽມຢາມເຂດພັດທະນາຈຸດສຸມຄັງວຽງ ເມືອງໝອກ ແຂວງຊຽງຂວາງ


ໃນວັນທີ 24 ມັງກອນ 2019  ຜ່ານມານີ້, ທ່ານ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນ ກາງພັກ, ເລຂາທິການສູນກາງ ພັກ, ຫົວໜ້າຄະນະຈັດຕັ້ງສູນ ກາງພັກ, ພ້ອມດ້ວຍຄະນະໄດ້ ລົງຢ້ຽມຢາມເຂດພັດທະນາ ຈຸດສຸມຄັງວຽງ ເມືອງໝອກ ແຂວງຊຽງຂວາງເຊິ່ງໄດ້ຮັບ ການຕ້ອນຮັບຢ່າງອົບອຸ່ນຈາກທ່ານພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງ ລັດຖະມົນຕີກະຊວງປ້ອງກັນ ປະເທດ, ຫົວໜ້າກົມໃຫຍ່ເສນາ ທິການກອງທັບ, ທັງເປັນຫົວ ໜ້າພັດທະນາຈຸດສຸມຄັງວຽງ ພ້ອມດ້ວຍການນຳແຂວງ, ເມືອງ, ບັນດາພະນັກງານຮາກຖານ ຢູ່ຈຸດ ສຸມ ແລະ ພະນັກງານນັກຮົບໃຫ້ ການຕ້ອນຮັບ. ໂອກາດນີ້ ທ່ານ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ລາຍໂດຍສັງ ເຂບໃນການຈັດຕັ້ງປະຕິບັດແຜນ ການພັດທະນາກໍ່ສ້າງກຸ່ມບ້ານຄັງວຽງແຕ່ປີ 2013-2018, ເຊິ່ງຄະນະຮັບຜິດຊອບເຂດພັດ ທະນາຈຸດສຸມໄດ້ເອົາໃຈໃສ່ສຶກ ສາອົບຮົມການເມືອງ, ແນວຄິດ ໃຫ້ແກ່ປະຊາຊົນບັນດາເຜົ່າ ໂດຍ ໄດ້ນຳເອົາແນວທາງນະໂຍບາຍ ຂອງພັກ-ລັດລົງໂຄສະນາເຜີຍ ແຜ່ໃຫ້ປະຊາຊົນເປັນແມ່ນ ເອກະ ສານຕາມວຽກງານສາມສ້າງ, 4 ເນື້ອໃນ 4 ຄາດໝາຍ ໃນການ ກໍ່ສ້າງຮາກຖານການເມືອງຜ່ານ ການເຜີຍແຜ່ສາມາດເຮັດໃຫ້ປະຊາຊົນມີຄວາມຮັບຮູ້ທາງດ້ານ ການເມືອງສູງຂຶ້ນກວ່າເກົ່າ, ສິດ ປະຊາທິປະໄຕໄດ້ຮັບການເສີມ ຂະຫຍາຍ, ສະຕິເປັນເຈົ້າຕົນ ເອງ, ເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງໄດ້ຮັບການເຊີດຊູຢ່າງຕໍ່ ເນື່ອງ.

ນອກນີ້ຍັງສຸມໃສ່ວຽກ ງານສົ່ງເສີມການຜະລິດໃຫ້ເປັນ ສິນຄ້າໄດ້ຊຸກຍູ້ປະຊາຊົນມີຄວາມ ຕື່ນຕົວທຳການຜະລິດຕາມແຜນ ພັດທະນາຂອງແຂວງ, ເມືອງ ວາງອອກໂດຍຖືເອົາການປູກ ຝັງ-ລ້ຽງສັດເປັນຕົ້ນຕໍປັດຈຸບັນ ເຂດພັດທະນາຈຸດສຸມຄັງວຽງມີ ເນື້ອທີ່ນາທັງໝົດ 171 ເຮັກຕາ, ຜົນໄດ້ຮັບ 1.792,5 ໂຕນຕໍ່ປີ, ເນື້ອທີ່ໄຮ່ 380 ເຮັກ. ຜົນໄດ້ຮັບ 1.989 ໂຕນຕໍ່ປີ, ສະເລ່ຍໃສ່ຫົວ ຄົນ 600 ກິໂລຕໍ່ຄົນຕໍ່ປີ, ເນື້ອທີ່ ປູກຫຍ້າ 227 ເຮັກຕາ, ມີຄວາຍ 672 ໂຕ, ງົວ 1.469 ໂຕ, ມ້າ 28 ໂຕ, ໝູ 1.035 ໂຕ, ແບ້ 651 ໂຕ, ສັດປີກ 5.820 ໂຕ, ປະຊາຊົນ ພາຍໃນກຸ່ມບ້ານສາມາດສ້າງ ລາຍຮັບໄດ້ 22 ຕື້ກວ່າກີບສະ ເລ່ຍໃສ່ຫົວຄົນ 2.256.000 ກີບ ຕໍ່ຄົນຕໍ່ປີ, (ຕາມຕົວເລກປີ 2018), ໄດ້ສ້າງສູນຜະລິດກະ ສິກຳ 3 ແຫ່ງຄື: ສູນຜະລິດທົ່ງ ເປີ, ສູນຜະລິດນໍ້າທົ່ງ ແລະ ສູນ ຜະລິດຫ້ວຍຫົກເຊິ່ງໄດ້ທົດລອງ ປູກຕົ້ນໝາກແອັບເປີ້ນ, ໝາກ ຄາຍ, ໝາກກ້ຽງ, ໝາກອະງຸ່ນ, ກາເຟ, ສາລີຈຳນວນ 2 ເຮັກຕາ, ປູກຫຍ້າເນເປຍ 15 ເຮັກຕາ, ຫຍ້າລູຊີ 6 ເຮັກຕາ, ຜ່ານ ການທົດລອງແມ່ຍັງຢູ່ໃນການ ຄົນຄວ້າ, ວິໄຈ, ທົດລອງລ້ຽງ ງົວພັນພື້ນເມືອງຢູ່ສູນຜະລິດ ນ້ຳທົ່ງເລີ່ມແຕ່ປີ 2015 ຈຳນວນ 24 ໂຕ ປັດຈຸບັນມີງົວ 62 ໂຕ.

ໂອກາດນີ້ທ່ານ ຈັນສີ ໂພສີຄຳ ກໍໄດ້ໃຫ້ທິດຊີ້ນຳໃຫ້ແກ່ຄະນະຮັບ ຜິດຊອບເຂດພັດທະນາຈຸດສຸມ ຄັງວຽງສຶບຕໍ່ເອົາໃຈໃສ່ເສີມຂະ ຫຍາຍມູນເຊື້ອ ແລະ ຜົນງານທີ່ ສ້າງມາໄດ້ ຕັ້ງໜ້າສຶກສາອົບຮົມ ການເມືອງນຳພາແນວຄິດໃຫ້ປະ ຊາຊົນເຂົ້າໃຈແຈ້ງຕໍ່ແນວທາງ ນະໂຍບາຍຂອງພັກ-ລັດ, ມີສະຕິຕື່ນຕົວເຂົ້າຮ່ວມວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບ ແລະ ສ້າງສາພັດທະນາທ້ອງຖິ່ນຂອງຕົນໃຫ້ກ້າວໜ້າ ຂຶ້ນຢ່າງບໍ່ຢຸດຢັ້ງ. ໂອກາດນີ້ ທ່ານ ຈັນສີ ໂພສີ ຄຳ ກໍໄດ້ນຳເອົາເຄື່ອງຄອມພີວ ເຕີຕັ້ງໂຕະ ຈຳນວນ 3 ໜ່ວຍ, ຈັກ ແຟັກ 1 ເຄື່ອງ, ຈັກພິມເອກະສານ 1 ເຄື່ອງ, ບານເຕະ 2 ໜ່ວຍ, ບານ ຕີ 2 ໜ່ວຍ, ກະຕໍ້ 6 ໜ່ວຍ ຕານ່າງ ກະຕໍ້ 2 ອັນ, ຕານ່າງບານສົ່ງ 1 ອັນ, ຕານ່າງບານເຕະ1 ອັນ, ແລະ ເຄື່ອງກີລາ 30 ຊຸດມອບໃຫ້ ແກ່ຄະນະຮັບຜິດຊອບເຂດພັດທະນາຈຸດສຸມຄັງວຽງ ຫຼັງຈາກນັ້ນ ທ່ານພ້ອມດ້ວຍຄະນະກໍໄດ້ລົງ ກວດກາຢ້ຽງຢາມໂຮງຮຽນມັດ ທະຍົມຕອນປາຍຄັງວຽງ, ໂຮງ ໝໍ ແລະ ສະຖານທີ່ອື່ນໆອີກ.


ເນື້ອໃນ : ແສງສຸລີ ພົມມະຈັກ (ນສພ ກອງທັບ)
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.