Header Ads

ລາວໂທລະຄົມ ຊື້ຮຸ້ນ ບໍລິສັດ ວິມເປວຄອມລາວ ບີລາຍ ດ້ວຍວົງເງິນ 42 ລ້ານໂດລາ


ຕອນບ່າຍວັນທີ 16 ມັງກອນ 2019 ຜານມານີ້ ຢູ່ທີ່ ສໍານັກງານໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ມີພີທີລົງນາມສັນຍາຊື້-ຂາຍຮຸ້ນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ (ຕາງໜ້າໂດຍກະຊວງການເງິນ) ແລະ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີ ກະຊວງ ໄປສະນີ-ໂທລະຄົມມະນາຄົມ ແລະ ການສື່ສານ ປະທານສະພາບໍລິຫານ ລາວ ໂທລະຄົມ, ທ່ານ ສີລາ ວຽງແກ້ວ ຮອງລັດຖະມົນຕີ ກະຊວງການເງິນ ຫົວໜ້າຄະນະກໍາມະການຂາຍຮຸ້ນ ບໍລິສັດວິມເປວຄອມລາວ ຈໍາກັດ, ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີ ກະຊວງ ໄປສະນີ-ໂທລະຄົມມະນາຄົມ ແລະ ການສື່ສານ ຮອງຫົວໜ້າຄະນະກໍາມະການຂາຍຮຸ້ນ ບໍລິສັດ ວິມເປວຄອມ ລາວ ຈໍາກັດ. ເຂົ້າຮ່ວມໃນພິທີມີ ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສູນອິນເຕີເນັດແຫ່ງຊາດ, ຄະນະກໍາມະການຂາຍຮຸ້ນ ບໍລິສັດ ວິມເປວຄອມ ລາວ ຈໍາກັດ ແຂກຖືກເຊີນພ້ອມດ້ວຍຄະນະຜູ້ບໍລິຫານທັງສອງຝ່າຍ ແລະ ສື່ມວນຊົນກໍ່ໄດ້ເຂົ້າຮ່ວມເກັບກໍາຂ່າວໃນຄັ້ງນີ້ດ້ວຍ. 




ລົງນາມສັນຍາຊື້-ຂາຍຮຸ້ນໃນຄັ້ງນີ້ ຝ່າຍ ລັດຖະບານແຫ່ງ ສປປ ລາວ (ເຊິ່ງຕາງໜ້າໂດຍກະຊວງການເງິນ) ທ່ານ ສີລາ ວຽງແກ້ວ ຮອງລັດຖະມົນຕີ ກະຊວງການເງິນ ຫົວໜ້າຄະນະກໍາມະການຂາຍຮຸ້ນ ບໍລິສັດວິມເປວຄອມລາວ ຈໍາກັດ ແລະ ທ່ານ ຖາວອນ ສົມສະກຸນ ຜູ້ອໍານວຍການໃຫ່ຍ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໂດຍຊ້ອງໜ້າການນໍາ, ຄະນະຜູ້ບໍລິຫານທັງສອງຝ່າຍ.


ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ເປັນຜູ້ຊະນະການປະມູນຊື້ຮຸ້ນ ບໍລິສັດ ວິມເປວຄອມ ລາວ ຈໍາກັດ ໃນວັນທີ 19 ພະຈິກ 2018 ທີ່ຜ່ານມາ ໃນວົງເງິນທັງໝົດ 42.000.000 USD. (ສີ່ສິບສອງລ້ານໂດລາສະຫະລັດ). ພາຍຫຼັງການຊື້-ຂາຍສໍາເລັດຈະເຮັດໃຫ້ຜູ້ຊົມໃຊ້ເບີ Beeline ຫຼື ເບີຫຼັກ 7 ສາມາດນໍາໃຊ້ໄດ້ທົ່ວປະເທດຮ່ວມກັບເຄືອຂ່າຍເບີຫຼັກ 5 (ເປັນອັນໜຶ່ງອັນດຽວກັນ) ນັບແຕ່ເດືອນ ມັງກອນ 2019 ເປັນຕົ້ນໄປ.

ທີ່ມາ:  ລາວໂທລະຄົມ 
© ໂຕະນໍ້າຊາ | tonamcha.com
___________



Powered by Blogger.