Header Ads

ທ່ານ ຄໍາໄຕ ສີພັນດອນ ເນັ້ນພະນັກງານຫຼັກແຫຼ່ງແຂວງຫົວພັນ ໃຫ້ເອົາໃຈໃສ່ຫລາຍບັນຫາ



ວັນ​ທີ 27 ມັງ​ກອນ 2019 ນີ້, ທ່ານ​ ຄຳ​ໄຕ​ ສີ​ພັນ​ດອນ ອາ​ດີດເລຂາທິການ ໃຫຍ່ພັກປະຊາຊົນປະຕິວັດລາວ, ອາດີດປະ​ທານ​ປະ​ເທດແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ໄດ້​ພົບ​ປະ​ໂອ້​ລົມ​ພະ​ນັ​ກງານຫຼັກ​ແຫຼ່ງ​ແຂວງ​ຫົວ​ພັນ ​ຢູ່​ຫ້ອງວ່າ​ການ​ປົກຄອງແຂວງ, ໂດຍ​ມີ​ ທ່ານ ​ວັນ​ໄຊ ​ແພງ​ຊຸມ​ມາ ກຳ​ມະ​ການ​ສູນ​ກາງ​ພັກ, ເລ​ຂາ​ພັກ​ແຂວງ, ເຈົ້າ​ແຂວງ​ຫົວ​ພັນ, ມີບັນ​ດາ​ທ່ານໃນ​ຄະ​ນະ​ປະ​ຈຳ​ພັກແຂວງ, ກຳ​ມະ​ການ​ພັກ​ແຂວງ, ຫົວ​ໜ້າ, ຮອງ​ຫົວ​ໜ້າ​ພະ​ແນກ​ການ ແລະ ການນຳເມືອງ 10 ເມືອງ​ເຂົ້າ​ຮ່ວມຮັບຟັງ.

ການ​ພົບ​ປະ​ໂອ້​ລົມ​​ຄັ້ງ​ນີ້, ທ່ານ ຄຳ​ໄຕ​ ສີ​ພັນ​ດອນ ​ໄດ້​ຕີ​ລາ​ຄາ​ສູງຕໍ່ຜົນ​ສຳ​ເລັດ​ໃນ​ການ​ຊີ້​ນຳ – ນຳ​ພາ​ຂອງ​ການ​ນຳ​ແຂວງ​ຫົວ​ພັນ​ທຸກ​ຂັ້ນ​ໃນ​ໄລ​ຍະ​ຜ່ານ​ມາ ​ທີ່​ໄດ້​ເຮັດ​ໃຫ້​ແຂວງ​ຫົວ​ພັນ​ມີ​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ – ສັງ​ຄົມ​ມີ​ການ​ຂະ​ຫຍາຍ​ຕົວ​ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ພັດ​ທະ​ນາ​ດີ​ຂື້ນ​ເທື່ອ​ລະ​ກ້າວ​ໂດຍ​ສອດ​ຄ່ອງ​ຕາມແນວທາງນະໂຍບາຍຂອງພັກວາງອອກໃນແຕ່ລະໄລຍະ.


ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນລັກສະນະສັງຄົມນິຍົມທີ່ເປັນສີສັນສະເພາະຂອງ ລາວ ແລະ ທັງແມ່ນເປົ້າໝາຍທີ່ພັກເຮົາຕ້ອງນຳພາຢ່າງຈົດຈໍ່ໂດຍເລີ່ມຈາກການສ້າງປະຖົມປັດໃຈສັງຄົມ ນິຍົມແຕ່ຮາກຖານຂື້ນມາເຊິ່ງຕ້ອງໄດ້ກຳນົດຢູ່ໃນມະຕິກອງປະຊຸມໃຫຍ່ຂອງພັກເພື່ອເປັນທິດຊີ້ນຳ ໃຫ້ແກ່ຄະນະພັກຂັ້ນຕ່າງໆ ແລະ ລັດ, ເປັນນິຕິກຳ, ລະບອບລະບຽບການ ແລະ ຍຸດທະສາດການ ພັດທະນາພ້ອມທັງເປັນບ່ອນອີງໃຫ້ແກ່ ການຄຸ້ມຄອງ, ຕິດຕາມ, ກວດກາການຈັດຕັ້ງປະຕິບັດ, ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕປະຊາຊົນ, ສ້າງໃຫ້ເກີດການພົວພັນການຜະລິດ ແລະ ກຳລັງ ການຜະລິດສັງຄົມນິຍົມໂດຍອີງໃສ່ 2 ແຫຼ່ງຊັບພະຍາກອນທີ່ມີຢູ່ກັບທີ່ເປັນຫຼັກຄື: ຊັບພະ ຍາກອນທຳມະຊາດ ແລະ ສະຕິປັນຍາເຫື່ອແຮງຂອງປະຊາຊົນສົມທົບກັບ ທຶນຮອນ, ເຕັກນິກ-ເຕັກໂນໂລຢີ ແລະ ການ ຕະຫຼາດຈາກພາຍນອກ. ເຮັດໄດ້ຄືດັ່ງກ່າວ, ບໍ່ພຽງແຕ່ສາມາດແກ້ໄຂ ໄດ້ຄວາມແຕກໂຕນດ້ານຄວາມຮັ່ງມີຢູ່ຮາກຖານເທົ່ານັ້ນຫາກຍັງສາມາດແກ້ໄຂຄວາມແຕກໂຕນ ດ້ານການພັດທະນາລະຫວ່າງຊົນນະບົດກັບຕົວເມືອງ.

ຕ້ອງສ້າງໃຫ້ທ້ອງຖີ່ນຮາກຖານໂດຍສະ ເພາະຂັ້ນບ້ານມີຄວາມໜັກແໜ້ນ ທາງດ້ານແນວຄິດການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ, ຮັ່ງມີທາງດ້ານເສດຖະ ກິດ-ການເງິນ ແລະ ຈະເລີນກ້າວໜ້າທາງດ້ານສັງຄົມ-ວັດທະນະທຳ ແລະ ສ້າງຄວາມ ເຂັ້ມແຂງໃນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ເພື່ອສາ ມາດປະກອບສ່ວນເຂົ້າໃນການປົກປັກຮັກສາອະທິປະໄຕ ແລະ ເຂດນ້ຳແດນດິນຂອງ ຊາດ, ປົກປັກຮັກສາຄວາມສະຫງົບໃຫ້ແກ່ບ້ານຊ່ອງ ແລະ ຊີວິດຊັບສິນຂອງປະຊາຊົນ. ຄຽງຄູ່ກັນນີ້, ຕ້ອງໄດ້ເອົາໃຈໃສ່ສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານເພື່ອໃຫ້ເມືອງສາມາດປະກອບ ສ່ວນສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດ ແລະ ເພື່ອຊ່ວຍ ໜູນໃຫ້ແກ່ການສ້າງບ້ານພັດທະນາ ແລະ ປະຊາຊົນຢູ່ດີກິນດີ.
ໃນນີ, ຕ້ອງສ້າງໃຫ້ ເມືອງເຂັ້ມແຂງດ້ານວຽກງານກໍ່ສ້າງພັກພະນັກງານ, ດ້ານການປົກຄອງ ແລະ ຄຸ້ມຄອງ ບໍລິຫານ, ດ້ານການຈັດຕັ້ງ, ການພົວພັນການຜະລິດ ແລະ ກໍ່ສ້າງກຳລັງການຜະລິດ ສັງຄົມນິຍົມແຕ່ຮາກຖານຂື້ນມາ, ເຂັ້ມ ແຂງດ້ານເສດຖະກິດ – ການເງິນ ແລະ ການ ປົກປັກຮັກສາຊັບພະຍາກອນທຳມະຊາດ – ສິ່ງແວດ ລ້ອມ, ເຂັ້ມແຂງໃນການພັດທະ ນາດ້ານສັງຄົມ – ວັດທະນະທຳ ແລະ ເຂັ້ມແຂງດ້ານວຽກງານປ້ອງ ກັນຊາດ – ປ້ອງ ກັນຄວາມສະ ຫງົບ. ເອົາໃຈໃສ່ສ້າງແຂວງເປັນຫົວໜ່ວຍຍຸດທະສາດດ້ວຍການສ້າງອົງ ຄະນະພັກແຂວງໃຫ້ເປັນ ແກ່ນສານໃນການນຳພາທີ່ມີຄວາມສາມາດ ແລະ ເປັນກຳລັງ ນຳໜ້າໃນທຸກຂົງເຂດວຽກງານ, ແມ່ນປັບປຸງບູລະນະອົງການປົກຄອງແຂວງເຊິ່ງເປັນຫົວໜ່ວຍປົກຄອງຂັ້ນສູງສຸດຢູ່ທ້ອງຖີ່ນໂດຍ ຮັບຜິດຊອບບໍລິເວນໜື່ງຂອງປະເທດໃຫ້ສາມາດປະກອບສ່ວນເຂົ້າໃນຍຸດທະສາດລວມຂອງປະ ເທດຄື: ເຮັດໃຫ້ປະຊາຊົນຢູ່ດີກິນດີ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງ ດອງ, ປະຊາທິປະໄຕ, ສີວິ ໄລ ແລະ ຍຸຕິທຳ.

ພາບ ແລະ ຂ່າວ: ວີຢ່າງ ເຢຍຕູ້ (ຂ່າວສານແຂວງຫົວພັນ)
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.