Header Ads

ສປປ ລາວ ສັ່ງຊື້ຍົນ Yak – 130 ສິບລຳ ຈາກປະເທດຣັດເຊຍ



ອີງຕາມການລາຍງານຂອງ ໜັງສືພິມ ຄອມເມີສັນຂອງຣັດເຊຍ ລາຍງານວ່າ ສປປ.ລາວ ຈະໄດ້ຮັບ ຍົນ Yak – 130 ເຊິ່ງເປັນຍົນຝຶກ ແລະ ສູ້ຮົບສະນິດເບົາທີ່ຜະລິດຈາກໂຮງງານບໍລິສັດ Irkut Corporation ຢູ່ Irkutsk ຈຳນວນ 10 ລຳ ພ້ອມທັງອາໄຫຼ່, ອາວຸດໂຈມຕີ, ອຸປະກອນພື້ນດິນ ແລະ ການເຝິກອົບຮົມ ເຊິ່ງຍົນ Yak – 130 ຈຳນວນ 4 ລຳ ໃນຈຳນວນດັ່ງກ່າວ ແມ່ນມາຮອດສປປ.ລາວແລ້ວ ດ້ວຍຍົນລຳລຽງ Il-76TD ໃນເດືອນທັນວາຜ່ານມາ ຕາມສັນຍາລະຫວ່າງສອງລັດຖະບານທີ່ເຊັນກັນໃນເດືອນສິງຫາ 2017 ກ່ອນທີ່ຈະຖືກປະກອບ ແລະ ຮ່ວມບິນນຳຂະບວນສວນສະໜາມໃນມື້ສະເຫຼີມສະຫຼອງວັນຄົບຮອບ 70 ປີການສ້າງຕັ້ງກອງທັບປະຊາຊົນລາວ ໃນວັນທີ 20 ມັງກອນ ຜ່ານມາ.



ສະຫະພັນຣັດເຊຍ ໄດ້ສົ່ງຍົນ Yak – 130 ແລະ ລົດຕັງ T-72B1 ຍັງບໍ່ທັນຮູ້ຈຳນວນທີ່ແນ່ນອນ ແລກກັບລົດຕັງ T-34 ທີ່ມີຊື່ສຽງໃນສະໃໝສົງຄາມໂລກຄັ້ງທີ II ຈຳນວນ 30 ລຳທີ່ສປປ.ລາວໄດ້ສົ່ງຄືນໃຫ້ ເພື່ອເຂົ້າຮ່ວມງານສະເຫຼີມສະຫຼອງວັນສິ້ນສຸດການປິດລ້ອມເມືອງເລນິນກຼາດຂອງພວກນາຊີເຢຍລະມັນຄົບຮອບ 75 ປີ ແລະ ເພື່ອສະແດງຮູບເງົາສົງຄາມໂລກຄັ້ງທີ 2. ຂໍ້ມູນເພີ່ມເຕິມວ່າ ສປປ ລາວເປັນປະເທດທີ 5 ທີ່ສັ່ງຊື້ຍົນ Yak – 130 ທັດຈາກ ອານເຊີຣີ, ບັງກຼາເດດ, ມຽນມາ, ແລະ ເບລາຣູດ.



ທີ່ມາ: Aero Laos | ຮຽບຮຽງ : ທີມງານ ໂຕນໍາຊາ 
© ໂຕະນໍ້າຊາ | tonamcha.com
___________



Powered by Blogger.