Header Ads

ລາວ-ຈີນ ເພີ່ມທະວີການຕິດຕາມກວດກາ ໂຄງການກໍ່ສ້າງທາງລົດໄຟ



ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງ ສູນກາງພັກ ຄະນະເລຂາທິ ການສູນກາງພັກ ຮອງນາຍົກ ລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ແລະ ອົງ ການກວດກາລັດຖະບານ ທັງເປັນຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນວິສາຫະກິດລົດໄຟແຫ່ງຊາດຈີນ ຊຶ່ງນໍາໂດຍ ທ່ານ ຊຸນ ຮວຍ ຊິນ ປະທານຄະ ນະກວດກາ ລັດວິສາຫະກິດລົດໄຟແຫ່ງຊາດຈີນ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ເພື່ອແລກປ່ຽນບົດຮຽນສອງຝ່າຍ ລະຫວ່າງ ຄະນະສະເພາະກິດກວດກາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ກັບຄະນະກວດກາ ລັດວິສາຫະກິດລົດໄຟ ແຫ່ງຊາດຈີນ, ໃນວັນທີ 26 ມັງກອນ ທີ່ຄະນະກວດກາສູນກາງພັກ.



ໃນໂອກາດນີ້ , ທ່ານ ບຸນທອງ ຈິດມະນີ ໄດ້ສະແດງ ຄວາມຕ້ອນຮັບ ພ້ອມທັງຕີລາ ຄາສູງຕໍ່ການມາຢ້ຽມຢາມ ແລະເຮັດວຽກຕິດຕາມ, ກວດກາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ຊຶ່ງສະແດງເຖິງຄວາມເປັນຫ່ວງເປັນໄຍຂອງສອງພັກ-ສອງລັດ ທີ່ຍາມໃດກໍໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ ໃນການຕິດຕາມ, ກວດກາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເພື່ອໃຫ້ກາຍເປັນເສັ້ນທາງທີ່ປອດໃສ, ຂາວສະອາດ ແລະ ດໍາເນີນໄປດ້ວຍຄວາມສະດວກ, ປະຕິບັດຕາມແຜນການ ແລະ ສໍາເລັດຕາມເວລາທີ່ໄດ້ກໍານົດໄວ້. ຈາກນັ້ນ, ທ່ານ ຊຸນ ຮວຍ ຊິນ ຕາງໜ້າໃຫ້ກັບຄະນະສະແດງຄວາມຂອບໃຈຕໍ່ທ່ານ ບຸນທອງ ຈິດມະນີ ທີ່ໄດ້ໃຫ້ ການຕ້ອນຮັບຢ່າງອົບອຸ່ນ.

ໃນວັນດຽວກັນ ທີ່ຄະນະ ກວດກາສູນກາງພັກ, ກໍໄດ້ມີກອງປະຊຸມພົບປະສອງຝ່າຍ, ຝ່າຍລາວ ນໍາໂດຍ ທ່ານ ຄໍາສຸກ ບຸນຍະວົງ ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ,ຫົວໜ້າຄະນະສະເພາະກິດຕິດຕາມ, ກວດກາການປະຕິບັດສັນຍາ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ພ້ອມດ້ວຍຄະນະ, ຝ່າຍຈີນນຳໂດຍທ່ານ ຊຸນ ຮວຍ ຊິນ ປະທານຄະນະກວດກາ ລັດວິສາຫະກິດລົດໄຟ ແຫ່ງຊາດຈີນ ພ້ອມດ້ວຍຄະນະ, ຊຶ່ງທັງສອງຝ່າຍ ຕ່າງກໍໄດ້ລາຍງານສະພາບການຕິດຕາມ,ກວດກາ ການກໍ່ສ້າງທາງລົດໄຟ ໃນຄວາມຮັບຜິດຊອບຂອງຕົນ ໃຫ້ກັນຊາບ ໂດຍສະເພາະ ຝ່າຍລາວ ໄດ້ສົ່ງເສີມບໍລິສັດ ແລະ ແຮງງານພາຍໃນຂອງລາວ ໃຫ້ມີປະສົບການ ແລະ ນໍາໃຊ້ວັດຖຸອຸປະກອນພາຍໃນຂອງລາວ ໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້.

ມາຮອດປັດຈຸບັນ, ແຮງງານລາວປະກອບສ່ວນເຂົ້າໃນໂຄງການ ຈໍານວນ 4.299 ຄົນ, ບໍລິສັດຂອງລາວມີ 6 ບໍລິສັດ ທີ່ໄດ້ຜ່ານການຄັດເລືອກ ຈາກບໍລິສັດທາງລົດໄຟ ລາວ-ຈີນ ຊຶ່ງປັດຈຸບັນກໍາລັງດໍາເນີນການກໍ່ສ້າງຕາມຄວາມຮັບຜິດຊອບຂອງຕົນ, ດ້ານການປ້ອງກັນຄວາມສະຫງົບ ແມ່ນໄດ້ເອົາໃຈໃສ່ເປັນພິເສດ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ການກໍ່ສ້າງ, ອຸປະກອນກໍ່ສ້າງບໍ່ໃຫ້ຕົກເຮ່ຍເສຍຫາຍ ແລະ ບັນຫາອື່ນໆ. ດັ່ງນັ້ນ, ໃນຕໍ່ໜ້າ ທັງສອງຝ່າຍ ຈະສືບຕໍ່ຮ່ວມມືກັນ ໃນການຕິດຕາມ, ກວດກາ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ ເພື່ອເຮັດໃຫ້ການກໍ່ສ້າງມີຄວາມເປັນລະບຽບຮຽບຮ້ອຍ, ຮັບປະກັນດ້ານລະບອບ, ລະບຽບ, ເຮັດໃຫ້ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເປັນໂຄງການປອດໃສ, ຂາວສະອາດ ອັນນໍາມາສູ່ຄວາມຜາສຸກ ໃຫ້ແກ່ທັງສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ-ຈີນ ເພື່ອປະກອບສ່ວນເຂົ້າໃນການສ້າງເປັນຄູ່ຮ່ວມຊາຕາກໍາລາວ-ຈີນ ທີ່ມີຄວາມໝາຍຍຸດທະສາດໃນອະນາຄົດ.


ພາບ ແລະ ຂ່າວ: ແສງຈັນ ນສພ ປະຊາຊົນ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.