Header Ads

ຮອງປະທານປະເທດ ເນັ້ນໃຫ້ຂະແໜງຍຸດຕິທຳ ປະ­ຕິ­ບັດ​ກົດ­ໝາຍ​ຕ້ອງ​ໃຫ້​ມີ​ຄວາມ​ສັກ­ສິດ ເຂັ້ມ​ງວດ ຮັບ­ປະ­ກັນ​ຄວາມ​ຍຸດ­ຕິ​ທຳ


ກອງ​ປະ­ຊຸມ​ວຽກ​ງານ​ຍຸດ­ຕິ​ທຳ​ທົ່ວ​ປະ­ເທດ ປະ­ຈຳ​ປີ 2018 ແລະ ທິດ​ທາງ​ແຜນ­ການ​ປີ 2019 ດຳ­ເນີນ​ມາ​ເປັນ​ເວ­ລາ 2 ວັນ ຈັດ​ທີ່​ສູນ​ການ​ຮ່ວມ​ມື​ສາ­ກົນ ແລະ ເຝີກ​ອົບ­ຮົມ (ICTC) ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ໄຊ​ສີ ສັນ­ຕິ​ວົງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ຍຸດ­ຕິ​ທຳ ຮອດ​ວັນ​ທີ 29 ມັງ­ກອນ 2019 ໄດ້​ສຳ­ເລັດ ໃຫ້​ກຽດ​ໂອ້​ລົມ​ຊີ້​ທິດ​ເຍືອງ​ທາງ ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ຂະ­ແໜງ​ຍຸດ­ຕິ​ທຳ ໃນ​ປີ​ຕໍ່­ໜ້າ ໃຫ້​ມີ​ຜົນ­ສຳ­ເລັດ ໂດຍ​ທ່ານ ພັນ​ຄຳ ວິ­ພາ​ວັນ ຮອງ​ປະ­ທານ​ປະ­ເທດ.

ການ​ໂອ້​ລົມ​ຄັ້ງ​ນີ້ ທ່ານ​ຮອງ​ປະ­ທານ​ປະ­ເທດ ໄດ້​ເນັ້ນ​ໃຫ້​ຂະ­ແໜງ­ການ​ຍຸດ­ຕິ​ທຳ​ເອົາ­ໃຈ­ໃສ່ 7 ບັນ­ຫາ​ຫຼັກ ເພື່ອ​ປັບ­ປຸງ​ວຽກ​ງານ​ຍຸດ­ຕິ​ທຳ ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມ­ແຂງ ແລະ ຕອບ​ສະ­ໜອງ​ໄດ້​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ໄລ­ຍະ​ໃໝ່​ຂອງ​ພັກ-ລັດ­ຖະ­ບານ ກໍ​ຄື ສະ­ພາບ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ໃນ​ປັດ­ຈຸ­ບັນ ໂດຍ​ໃຫ້​ຂະ­ແໜງ​ຍຸດ­ຕິ​ທຳ​ທັງ​ຢູ່​ສູນ​ກາງ ແລະ ທ້ອງ­ຖິ່ນ​ກຳ​ແໜ້ນ​ຖາ­ນະ​ບົດ­ບາດ​ຂອງ​ຂະ­ແໜງ​ຍຸດ­ຕິ​ທຳ ອັນ​ນີ້​ແມ່ນ​ຄວາມ​ໝາຍ​ສຳ­ຄັນ​ຍິ່ງ​ຕໍ່​ການ​ກໍ່­ສ້າງ ແລະ ຂະ­ຫຍາຍ​ລະ­ບອບ​ປະ­ຊາ­ທິ­ປະ­ໄຕ​ປະ​ຊົນ ສ້າງ​ປະ­ຖົມ​ປັດ​ໄຈ​ກ້າວ​ສູ່​ສັງ­ຄົມ​ນິ­ຍົມ ແລະ ເສີມ​ຂະ­ຫຍາຍ​ລະ­ບອບ​ປະ­ຊາ­ທິ­ປະ­ໄຕ​ປະ­ຊາ­ຊົນ ຕາມ​ຈຸດ­ໝາຍ​ສັງ­ຄົມ​ນິ­ຍົມ ເຮັດ​ໃຫ້​ປະ­ຊາ­ຊົນ​ຮັ່ງ­ມີ​ຜາ​ສຸກ ປະ­ເທດ​ຊາດ​ມັ່ງ​ຄັ່ງ​ເຂັ້ມ­ແຂງ ສັງ­ຄົມ​ມີ​ຄວາມ​ປອງ​ດອງ ມີ​ປະ­ຊາ­ທິ­ປະ­ໄຕ​ຍຸດ­ຕິ​ທຳ ແລະ ສີ­ວິ­ໄລ ສ້າງ ແລະ ປັບ­ປຸງ​ກົດ­ໝາຍ ຕ້ອງ​ຮັບ­ປະ­ກັນ​ລັກ­ສະ­ນະ​ຊົນ​ຊັ້ນ ແລະ ໃຫ້​ຄົບ​ຖ້ວນ​ສົມ­ບູນ​ເປັນ​ກ້າວໆ


ປະ­ຕິ­ບັດ​ກົດ­ໝາຍ​ຕ້ອງ​ໃຫ້​ມີ​ຄວາມ​ສັກ­ສິດ ເຂັ້ມ​ງວດ ຮັບ­ປະ­ກັນ​ຄວາມ​ຍຸດ­ຕິ​ທຳ ດ້ານ​ນີ້​ເປັນ​ສິ່ງ​ທີ່​ສັງ­ຄົມ ແລະ ປະ­ຊາ­ຊົນ​ເປັນ​ຫວ່ງ​ເປັນ​ໄຍ ແລະ ເລັ່ງ​ທວງ​ໃຫ້­ການ​ນຳ­ພາ​ຂອງ​ພັກ ແລະ ການ​ຄຸ້ມ​ຄອງ​ຂອງ​ລັດ​ເຮົາ ຈັດ​ຕັ້ງ​ປະ­ຕິ­ບັດ​ໃຫ້​ດີ​ກວ່າ​ເກົ່າ​ເອົາ­ໃຈ­ໃສ່ ຕິດ­ຕາມ​ກວດ­ກາ​ຂະ­ຫຍາຍ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ກົດ­ໝາຍ​ຢູ່​ບ້ານ ມີ​ຄວາມ​ຈຳ­ເປັນ​ຕ້ອງ​ໄດ້​ເພີ່ມ​ທະ­ວີ​ໃຫ້​ສູງ​ຂຶ້ນ​ກວ່າ​ເກົ່າ ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ວຽກ​ງານ​ພັດ­ທະ­ນາ​ບຸ​ຄະ­ລາ​ກອນ​ກົດ­ໝາຍ ເພື່ອ​ຕອບ​ສະ­ໜອງ​ໃຫ້​ແກ່​ການ​ຄຸ້ມ​ຄອງ​ລັດ ຄຸ້ມ​ຄອງ​ເສດ­ຖະ­ກິດ-ສັງ­ຄົມ​ດ້ວຍ​ກົດ­ໝາຍ ເປັນ​ເຈົ້າ​ການ​ຊີ້​ນຳ-ນຳ­ພາ​ຂອງ​ຄະ­ນະ​ພັກ ແຕ່​ລະ​ຂັ້ນ​ຕໍ່​ວຽກ​ງານ​ຍຸດ­ຕິ​ທຳ​ເປັນ​ວຽກ​ງານ​ໜຶ່ງ ທີ່​ຕ້ອງ​ໄດ້​ເພີ່ມ​ທະ­ວີ​ການ​ຊີ້​ນຳ-ນຳ­ພາ​ຢ່າງ​ໃກ້­ຊິດ­ຕິດ­ແທດ ແລະ ເບິ່ງ­ແຍງ​ດູ​ແລ​ຂອງ​ຄະ­ນະ​ພັກ​ທຸກ​ຂັ້ນ ຕໍ່​ວຽກ​ງານ​ຍຸດ­ຕິ​ທຳ ເປັນ­ຕົ້ນ ທັງ​ນີ້ ກໍ​ເພື່ອ​ເຮັດ​ໃຫ້​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ວິ­ຊາ​ສະ­ເພາະ​ຂອງ​ການ​ນຳ ຕະ­ຫຼອດ​ຮອດ​ພະ­ນັກ­ງານ​ວິ­ຊາ​ການ​ເຮັດ​ສຳ­ເລັດ​ໜ້າ­ທີ່​ທີ່​ພັກ-ລັດ ແລະ ປະ­ຊາ­ຊົນ​ມອບ​ໝາຍ​ໃຫ້ ເປັນ­ຕົ້ນ ກໍ​ແມ່ນ​ການ​ຕັດ­ສິນ​ຄະ­ດີ​ຕ່າງໆ ໃຫ້​ໄປ​ຕາມ​ຂະ​ບວນ​ຍຸດ­ຕິ​ທຳ ແລະ ມີ​ຄວາມ​ໂປ່ງ​ໃສ.


ພາບ ແລະ ຂ່າວ : ນສພ ວຽງຈັນໃຫ່ມ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.