Header Ads

ຮອງ ລັດຖະມົນຕີກະຊວງປ້ອງກັນປະເທດ ຢ້ຽມຢາມກອງພົນທີ 3


ນສພ ກອງທັບ  ລາຍງານວ່າ: ໃນ ວັນທີ 18 ກຸມພາ 2019 ນີ້, ສະຫາຍ ພົນຕີ ປອ ທອງລອຍ ສິລິ ວົງ ກຳມະການສູນກາງພັກ ຮອງ ລັດຖະມົນຕີກະຊວງປ້ອງກັນປະ ເທດ ຫົວໜ້າກົມໃຫຍ່ການເມືອງ ກອງທັບ ພ້ອມຄະນະໄດ້ມາຢ້ຽມ ຢາມ ແລະ ພົບປະໂອ້ລົມຄະນະ ພັກ-ຄະນະບັນຊາການກອງພົນທີ 3 ເນື່ອງໃນໂອກາດທີ່ສະຫາຍ ໄດ້ຮັບໜ້າທີ່ ເປັນຫົວໜ້າກົມໃຫຍ່ ການເມືອງກອງທັບຄົນໃໝ່, ໂດຍ ການໃຫ້ກຽດຕ້ອນຮັບຈາກສະ ຫາຍ ພັນເອກ ໄຊຍະວົງ ໄຊນາມ ທິລາດ ຮອງເລຂາຄະນະພັກ,​ ຫົວ ໜ້າການທະຫານກອງພົນທີ 3, ພ້ອມດ້ວຍຄະນະພັກ-ຄະນະບັນ ຊາ, ພະນັກງານອົງການ 5 ຫ້ອງ ແລະ ກົມກອງທີ່ຂຶ້ນກັບໃຫ້ການ ຕ້ອນຮັບຢ່າງອົບອຸ່ນ.

ໂອກາດດັ່ງກ່າວສະຫາຍຮອງ ລັດຖະມົນຕີກະຊວງປ້ອງກັນປະ ເທດ ພ້ອມດ້ວຍຄະນະກໍໄດ້ຮັບ ຟັງການລາຍງານສະພາບການ ເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ ວຽກງານຮອບດ້ານຕາມຂອບ ເຂດຄວາມຮັບຜິດຊອບຂອງກົມ ກອງຈາກ ສະຫາຍ ພັນເອກ ໄຊ ຍະວົງ ໄຊນາມທິລາດ ໂດຍຫຍໍ້ ເປັນຕົ້ນແມ່ນວຽກງານການຫັນ ລົງກໍ່ສ້າງຮາກຖານການເມືອງ, ການຕ້ານ ແລະ ສະກັດກັ້ນບັນ ດາປາກົດການຫຍໍ້ທໍ້ໃນສັງ ຄົມ, ການປັບປຸງກໍ່ສ້າງກຳລັງ, ການ ພັດທະນາພື້ນຖານໂຄງລ່າງ ແມ່ນໄດ້ມີຫຼາຍໂຄງການທີ່ສຳ ເລັດຜົນເປັນຢ່າງດີ ແລະ ພວມ ສືບຕໍ່ບັນດາໂຄງການກໍ່ສ້າງຂອງ ຂັ້ນເທິງຊ່ວຍເຫຼືອຈຳນວນໜຶ່ງ. ໂອກາດນີ້ສະຫາຍຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ ແລະ ກໍໄດ້ໃຫ້ກຽດໂອ້ລົມ ເຊິ່ງ ກ່ອນອື່ນສະຫາຍໄດ້ສະແດງ ຄວາມຂອບອົກຂອບໃຈຕໍ່ຄະນະ ພັກ-ຄະນະບັນຊາກອງພົນທີ 3 ໃຫ້ກຽດຕ້ອນຮັບດ້ວຍຄວາມອົບ ອຸ່ນ ແລະ ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນງານທີ່ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກ ຮົບກອງພົນທີ 3,


ພ້ອມກັນຍາດ ມາໄດ້ຕະຫຼອດໄລຍະຜ່ານມາ ພ້ອມນີ້ກໍໄດ້ຮຽກຮ້ອງໃຫ້ຄະນະ ພັກ-ຄະນະບັນຊາ, ພະນັກງານ ຫລັກແຫລ່ງໃນກອງພົນສືບຕໍ່ເພີ່ມ ທະວີຄວາມສາມັກຄີເປັນປຶກແຜ່ນ ແໜ້ນໜາ, ປະສານສົມທົບກັບກຳ ລັງທ້ອງຖິ່ນຫັນລົງກໍ່ສ້າງຮາກ ຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ ນຳເອົາມະຕິຄຳສັ່ງ ຕ່າງໆ, ບັນດາແນວທາງແຜນນະ ໂຍບາຍຂອງພັກ, ກົດໝາຍຂອງ ລັດ, ລົງໄປເຜີຍແຜ່ໃຫ້ພໍ່ແມ່ປະ ຊາຊົນໄດ້ເຊື່ອມຊຶມຢ່າງທົ່ວເຖິງ, ພ້ອມກັນຕ້ານ ແລະ ສະກັດກັ້ນ ແກ້ໄຂບັນດາປາກົດການຫຍໍ້ທໍ້ ໃນສັງຄົມໃຫ້ຫຼຸດຫນ້ອຍຖອຍ ລົງ, ຕັ້ງໜ້າເຮັດວຽກງານປ້ອງ ກັນຊາດ- ປ້ອງກັນຄວາມສະຫງົບ ຢ່າງແຂງແຮງ, ຍົກສູງນໍ້າໃຈ ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກ ງານທີ່ພັກ-ລັດຂັ້ນເທິງມອບ ໝາຍ, ໂດຍຖືເອົາການສຶກສາ ອົບຮົມການເມືອງນຳພາແນວຄິດ ເປັນກົກ, ວຽກງານວິຊາສະເພາະ ເປັນສຳຄັນຕິດພັນກັບການອົບ ຮົມຫັດແອບການເມືອງການທະ ຫານພະລາທິການເຕັກນິກແກ້ໄຂ ຊີວິດການເປັນຢູ່ຂອງກົມກອງໃຫ້ນັບມື້ດີ. ພາບ-ຂ່າວ: ນສພ ກອງທັບ


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.