Header Ads

ປະທານປະເທດ ເນັ້ນໃຫ້ການນຳນະຄອນຫລວງວຽງຈັນ ຕັ້ງໜ້າແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ



ໃນວັນທີ 19 ກຸມພາ 2019 ທີ່ຫ້ອງວ່າການ ນະຄອນຫລວງວຽງຈັນ (ນວ) ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫ່ຍ, ປະທານປະເທດ ໄດ້ຢ້ຽມຢາມພົບປະໂອ້ລົມການນຳນະຄອນຫລວງວຽງຈັນ, ໂດຍມີຄະນະພັກ, ສະມາຊິກສະພາ, ພ້ອມດ້ວຍພະນັກງານຫລັກແຫລ່ງ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ເລ ຂາຄະນະພັກ, ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ກ່າວສະແດງຄວາມຕ້ອນຮັບ ພ້ອມລາຍງານບາງບັນ ຫາທີ່ພົ້ນເດັ່ນໃນການພັດທະນາ ປີ 2018 ແລະ ແຜນວຽກຈຸດສຸມ ປີ 2019 ຂອງນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ສືບຕໍ່ປະຕິບັດນະໂຍບາຍສາມສ້າງຂອງພັກເຂົ້າສູ່ລວງເລິກ, ໂດຍໄດ້ອອກມະຕິຕົກລົງຂອງຄະ ນະປະຈຳພັກ, ຂໍ້ຕົກລົງເຈົ້າຄອງ ແລະ ຄຳແນະນຳເພີ່ມເຕີມອີກຈຳນວນໜຶ່ງ, ຊຶ່ງນອກຈາກ 10 ບ້ານຂອງ 3 ເມືອງ ທີ່ເຮັດທົດລອງໃນເມື່ອກ່ອນແລ້ວ ຍັງໄດ້ຮັບຮອງເອົາເພີ່ມຕື່ມອີກ 31 ບ້ານ ຂອງ 9 ເມືອງ. ພ້ອມດຽວກັນນັ້ນ, ກໍ່ໄດ້ປັບປຸງກົງຈັກການຈັດຕັ້ງບ້ານ ຕາມ 5 ໜ່ວຍງານ ທີ່ກົດໝາຍປົກຄອງທ້ອງຖິ່ນກຳນົດ, ມາຮອດປັດຈຸບັນທົ່ວ ນວ ປັບປຸງແລ້ວ 452 ບ້ານ, ຍັງ 29 ບ້ານ, ໄດ້ຫັນລົງກໍ່ສ້າງຮາກຖານ ດ້ວຍ 2 ຮູບແບບຄື: 1) ຫັນເອົາພະນັກງານວິຊາການ ແລະ ພະນັກງານຫລັກແຫລ່ງລົງຮາກຖານກັບທີ່ຢູ່ບ້ານ ເພື່ອພັດທະນາບ້ານຂອງຕົນ. 2). ຫັນລົງກໍ່ສ້າງຮາກຖານຕາມສາຍຕັ້ງ ແລະ ສາຍວິຊາສະເພາະຂອງແຕ່ລະພະແນກການ.



ປີ 2018 ຜ່ານມາ, ການລົງທຶນຢູ່ນະຄອນຫລວງວຽງຈັນ ມີບັນຍາກາດຄຶກຄື້ນພໍສົມຄວນ, ໂຕເລກອະນຸມັດການລົງທຶນ ບັນລຸເຖິງ 18.000 ຕື້ກີບ, GDPເຕີບໂຕ 9,3% ສະເລ່ຍຫົວຄົນບັນລຸ 5.300 ກວ່າໂດລາ, ການຈັດເກັບລາຍຮັບເຂົ້າງົບປະມານ ບັນລຸຄາດໝາຍຂອງແຜນການປີ ປະມານ 1.222,71ຕື້ກີບ, ສະເພາະແຜນວຽກຈຸດສຸມ ປີ 2019 ນວ ຈະສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X ໃຫ້ລົງຮອດຮາກຖານເມືອງ, ບ້ານໃຫ້ທົ່ວເຖິງທຸກເປົ້າ ໝາຍ, ສືບຕໍ່ການກະກຽມດຳເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ ຕາມແຜນວຽກທີ່ໄດ້ກຳນົດໄວ້ແລ້ວໃຫ້ດີ, ເປັນຕົ້ນດ້ານເນື້ອໃນ ແລະ ການເລືອກເຟັ້ນບຸກຄະລາກອນ ທີ່ປະກອບເຂົ້າໃນຄະນະບໍລິຫານງານພັກໃນແຕ່ລະຂັ້ນ, ຊຸກຍູ້ການເຕີບໂຕຂອງເສດຖະກິດ GDP ໃຫ້ຢູ່ໃນລະດັບ 9,5% ບັນຫາສຳຄັນແມ່ນສຸມໃສ່ການເພີ່ມລາຍຮັບ, ຕ້ອງຍົກສູງຖານະການເງິນ, ການປະຕິບັດຄາດໝາຍຈັດເກັບລາຍຮັບເຂົ້າງົບປະ ມານຂອງລັດ, ທັງພູດຂອງສູນກາງ ແລະ ທ້ອງຖິ່ນ ໃຫ້ບັນລຸຄາດໝາຍ 4,800 ຕື້ກີບ ແລະ ແຕ່ລະຫົວໜ່ວຍວິສະຫະກິດ, ແຕ່ລະຄອບຄົວ ຕ້ອງຫັນໜ້າເຂົ້າສູ່ການຜະລິດ, ການບໍລິການເຮັດໃຫ້ລາຍຮັບຂອງຕົນເພີ່ມຂຶ້ນຢ່າງບໍ່ຍຸດຢັ້ງ.

ໃນໂອກາດນີ້, ສະຫາຍ ບຸນຍັງ ວໍລະຈິດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານກໍ່ຄືຕໍ່ການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງນະຄອນຫລວງວຽງຈັນ, ໃນໄລຍະທີ່ຜ່ານມາມີຫລາຍອັນພົ້ນເດັ່ນ ແລະ ມີຜົນສຳເລັດຫລາຍດ້ານ, ອັນສຳຄັນທີ່ສຸດ ເຫັນວ່າຊິວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງຍົກລະດັບດີຂຶ້ນ ແລະ ຫັນປ່ຽນຢ່າງຕັ້ງໜ້າ, ພ້ອມດຽວກັນນີ້, ສະຫາຍ ບຸນຍັງ ວໍລະຈິດ ຍັງໄດ້ມີຄຳເຫັນບາງບັນຫາ ຕໍ່ການນຳ ອົງການປົກຄອງນະຄອນຫລວງວຽງຈັນ ຄວນເອົາໃຈໃສ່ຊີ້ນຳໆພາ ແລະ ຈັດຕັ້ງປະຕິບັດຕົວຈິງດັ່ງນີ້: ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາວນະຄອນຫລວງວຽງຈັນ ແລະ ພັດທະນານະຄອນຫລວງວຽງຈັນ ໃຫ້ແທດເໝາະກັບສະພາບຈຸດພິເສດຂອງຕົນເອງ, ຕັ້ງໜ້າຂຸດຄົ້ນກຳລັງບົ່ມຊ້ອນ ເພື່ອສ້າງພື້ນຖານອັນເຂັ້ມແຂງເຮັດໃຫ້ນະຄອນຫລວງວຽງຈັນ ທີ່ທ່ວງທ່າພັດທະນາທີ່ໝັ້ນຄົງ-ຍາວນານ ເຮັດໃຫ້ປະຊາຊົນສາມາດອີງໃສ່ຊັບພະຍາກອນອັນຮັ່ງມີຂອງຊາດ ເພື່ອການສ້າງສາພັດ ທະນາເສດຖະກິດ, ປົວແປງ, ຍົກລະດັບຊິວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງຕົນໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ, ສູ້ຊົນບຸກບືນແກ້ໄຂຄວາມທຸກຍາກ-ຫລ້າຫລັງເຮັດໃຫ້ 6 ສ ຢ່າງແທ້ຈິງ. ຮັບປະກັນຄວາມປອດໄພສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວຂອງບັນດາສຳນັກງານ-ອົງການພັກ-ລັດ ແລະ ອົງການຈັດຕັ້ງສັງຄົມ, ຕັ້ງໜ້າແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ເປັນຕົ້ນຢາເສບຕິດ, ອຸບັດເຫດ, ການຈະລາຈອນ ແອອັດ, ປຸ້ນຈີ້ຊິງຊັບ, ກຸ່ມແກ້ງອັດຕະພານ ແລະ ອື່ນໆ ໃຫ້ມີຄວາມສະຫງົບລົງເທື່ອລະກ້າວ ກ້າວໄປເຖິງແກ້ໄຂຢ່າງເດັດຂາດ.


ພ້ອມກັນເຫັນດີ ເປັນເອກະພາບຕໍ່ເນື້ອໃນຈິດໃຈຂອງມະຕິ 7 ສະໄໝທີ X, ໄປຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ. ໂດຍສະເພາະແມ່ນ ປະເທດຂອງພວກເຮົາໃນໄລຍະນີ້ ພົບຄວາມຫຍຸ້ງຍາກທາງດ້ານເສຖະກິດ, ງົບປະມານຂາດດຸ່ນ, ໜີ້ສິນຄຸມເຄືອ, ຄັງສຳຮອງມີຈຳກັດ, ຕ້ອງເພີ່ມທະວີການນຳພາ ຊີ້ນຳໃຫ້ເຂັ້ມຂຸ້ນກວ່າເກົ່າ ເຮັດແນວໃດໃຫ້ວຽກງານຂອງຂະແໜງການຕົນ ເກີດໝາກຜົນກາຍເປັນຂະບວນການຕົວຈິງທີ່ມີຄຸນນະພາບ. ໃຫ້ເອົາໃຈໃສ່ຂຶ້ນແຜນກະກຽມດຳເນີນກອງປະຊຸມ 3 ຂັ້ນ, ໂດຍສຸມໃສ່ 3 ວຽກງານໃຫ່ຍ, ສ້າງຂະບວນການຕິດພັນກັບວຽກງານຕົວຈິງ ສ້າງວຽກດີຄົນເດັ່ນ, ຕີລາຄາໃຫ້ຊັດເຈນຕໍ່ການຈັດຕັ້ງມະຕິກອງປະຊຸມໃຫ່ຍຂັ້ນຕົ້ນ ແລະ ວາງທິດທາງໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງຕົນເອງ, ການປັບປຸງສັບຊ້ອນ ແລະຈັດວາງພະນັກງານນຳພາຂັ້ນຕ່າງໆ ໃຫ້ປະຕິບັດຕາມຄຳສັ່ງແນະນຳຂອງຄະນະຈັດຕັ້ງສູນກາງພັກ ໂດຍສະເພາະຮັບປະກັນໃຫ້ມີເພດ, ເຜົ່າ, ໄວ ເພື່ອກະກຽມຄວາມພ້ອມໃນດ້ານບຸກຄະລາກອນໃຫ້ແກ່ກອງປະຊຸມໃຫ່ຍ 3 ຂັ້ນ ຂອງນະຄອນຫລວງແຕ່ຫົວທີ. ໃນນີ້, ໃຫ້ຖືເອົາການດຳເນີນຊິວິດການເມືອງໃຫ້ກ້ວາງຂວາງເລິກເຊິ່ງ ແລະ ເຮັດເປັນລະບົບຕໍ່ເນື່ອງ, ປະສານສົມທົບກັບຄະ ນະຊີ້ນຳດ້ານຕ່າງໆຂອງສູນກາງ ເພື່ອເຮັດແນວໃດຮັບປະກັນໄດ້ພະນັກງານນຳພາ-ຄຸ້ມຄອງ ຜູ້ທີ່ມີເງື່ອນໄຂ ແລະ ມາດຖານຄົບຖ້ວນ. ພາບ-ຂ່າວ: ຂປລ 

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.