ເຈົ້າຫນ້າທີ່ຫວຽດນາມ ຈັບຄົນລາວ 2 ຄົນລັກລອບຂົນ ຢາບ້າກວ່າແສນເມັດ ຂ້າມຊາຍແດນ
ໃນວັນທີ 8 ມີນາ 2019 ຜ່ານມາ, ເຈົ້າໜ້າທີ່ປ້ອງກັນຊາຍແດນທາງສະຫວັນນະເຂດ-ຫວຽດນາມ ໄດ້ປະຕິບັດການໄລ່ລ່າຈັບກຸມ 2 ຜູ້ຖືກຫາ ທີ່ພະຍາຍາມຈະລັກລອບຂ້າມຊາຍແດນ ໂດຍເຈົ້າໜ້າທີ່ໄດ້ທໍາການຂີ່ລົດໃຫຍ່ຕໍາໃສ່ໂດຍກົງຂະນະທີ່ຜູ້ຖືກຫາພະຍາຍາມຫຼົບໜີ ຈົນສາມາດຈັບກຸມໄດ້.
ຊໍ້ມູນເບຶ້ອງຕົ້ນຜູ້ຖືກຫາທັງ 2 ຄົນເປັນຄົນລາວ ເພດຊາຍ ແລະ ພາຍໃນລົດກວດພົບມີຢາບ້າ 118,000 ເມັດ, ປືນສັ້ນ 1 ກະບອກ ແລະ ໂທລະສັບ 3 ເຄື່ອງ, ເຊິ່ງເຈົ້າໜ້າທີ່ກໍ່ໄດ້ຄວບຄຸມຜູ້ຖືກຫາທັງສອງ ເພື່ອໄປດໍາເນີນການສືບສວນສອບສວນ ແລະ ດໍາເນີນຄະດີຕາມກົດໝາຍບ້ານເມືອງຕໍ່ໄປ.
___________
Post a Comment