Header Ads

ລັດວິສາຫະກິດ ການບິນລາວ ຊີ້ແຈງທາງການຈາກ ການບິນລາວ ເຫດຍົນ QV865 ມີບັນຫາ ຄືນວັນທີ 10/03/2019


ບົດລາຍງານເລື່ອງ: ຖ້ຽວບິນ QV865 ເສັ້ນທາງບິນ ວຽງຈັນ-ຊຽງໄຮ ບິນກັບຄືນສະໜາມບິນຕົ້ນທາງ

– ອີງຕາມ ຄູ່ມື LCAR (part 8.6.1.20-23).
– ອີງຕາມ ຄູ່ມື SQM ຂອງລັດວິສາຫະກິດການບິນລາວ Chapter 3, ຂໍ້ 3.8.2 ວ່າດ້ວຍ ການລາຍງານເຫດການຕ່າງໆ ຫາກົມການບິນພົນລະເຮືອນລາວ.
– ອີງຕາມ ການລາຍງານຂອງ ທຸກພາກສ່ວນກ່ຽວຂ້ອງໃນວັນທີ 10/03/2019.


ລັດວິສາຫະກິດ ການບິນລາວ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານຊາບວ່າ: ໃນວັນທີ່ 10/03/2019 ຖ້ຽວບິນ QV865 ເສັ້ນທາງບິນ ວຽງຈັນ-ຊຽງໄຮ, ຊະນິດເຮືອບິນ A320 ໝາຍເລກທະບຽນ RDPL-34188 ໂດຍແມ່ນທ່ານກັບຕັນ ແທ້ງ ຕິກຸນ ເປັນຫົວໜ້າຈຸບິນ, ຫຼັງຈາກເຮືອບິນບິນຂຶ້ນຈາກເດີ່ນ (Take-off) ແລະ ໄດ້ກູ້ຕີນຂຶ້ນເປັນທີ່ຮຽບຮ້ອຍ ລະບົບແຈ້ງເຕືອນຄວາມຜິດພາດຂອງເຮືອບິນໄດ້ແຈ້ງເຕືອນວ່າລະບົບຄວບຄຸມຕີນໜ້າໃນການ Taxi ຂອງເຮືອບິນຢູ່ເທິງໜ້າດິນມີຄວາມຜິດພາດ (Nose wheel Steering fault).


ຕໍ່ມານັກບິນໄດ້ທຳການປະເມີນຄວາມຜິດພາດດັ່ງກ່າວ ແລະ ໄດ້ກວດຄືນເອກະສານ-ປຶ້ມຄູ່ມືເຫັນວ່າຄວາມຜິດພາດດັ່ງກ່າວແມ່ນຈັດຢູ່ໃນລະດັບ CAT A (ສາມາດບິນໄດ້ 3 ເທື່ອຂຶ້ນ-ລົງ) ແລະ ອິງຕາມ MEL ແມ່ນຈັດຢູ່ໃນ go item (ສາມາດບິນໄປຕໍ່ໄດ້) ແຕ່ເມື່ອນັກບິນພິຈາລະນາສະພາບສະໜາມບິນປາຍທາງ (ສະໜາມບິນປູຕົງ, ຊຽງໄຮ ປະເທດຈີນ) ເຫັນວ່າເປັນສະໜາມບິນທີ່ໃຫຍ່ ມີ taxi way ທີ່ຍາວ ແລະ ສັບສົນ ພ້ອມທັງມີເຮືອບິນແອອັດຫຼາຍ.

ຈຶ່ງໄດ້ຕັດສິນໃຈນຳເຮືອບິນ ບິນກັບຄືນສະ ໜາມບິນຕົ້ນທາງ (ວຽງຈັນ) ເພື່ອໃຫ້ນາຍຊ່າງກວດກາ, ແກ້ໄຂບັນຫາ. ແຕ່ກ່ອນທີ່ຈະນຳເຮືອບິນລົງຈອດນັກບິນຈຳເປັນຕ້ອງໄດ້ບິນເວີ່ນລໍຖ້າ (holding) ເພື່ອຈູດນໍ້າມັນໃຫ້ນໍ້າໜັກໃນການລົງເດີ່ນ (landing weight) ບໍ່ເກີນນ້ຳໜັກສຸງສຸດໃນການລົງຈອດ (Maximum Landing weight) ແລະ ນັກບິນກໍໄດ້ແຈ້ງຫາ ຫໍຄວບຄຸມຈໍລະຈອນທາງອາກາດ (ATC) ຊາບວ່າຫຼັງຈາກເຮືອບິນລົງຮອດດິນອາດຈະຕ້ອງການໃຊ້ລົດລາກແກ່ເຮືອ ບິນ (Tow tug) ໃນກໍລະນີຫາກເຮືອບິນບໍ່ສາມາດ taxi ເຂົ້າຫາລານຈອດໄດ້.

ຫຼັງຈາກນັກບິນໄດ້ບິນ ເວີ່ນລໍຖ້າ (holding) ເພື່ອຈູດນໍ້າມັນປະມານ 2 ຊົ່ວໂມງ ນັກບິນກໍສາມາດນຳເຮືອບິນລົງເດີ່ນ ແລະ ໄດ້ຂໍຫໍຄວບຄຸມຈໍລະຈອນທາງອາກາດ (ATC) ຢຸດຈອດຊົ່ວຄາວຢູ່ເສັ້ນ ທາງຂຶ້ນ

ໝາຍເຫດ: ເຫດການໃນຄັ້ງນີ້ ນັກບິນແມ່ນບໍ່ໄດ້ແຈ້ງເປັນກໍລະນີສຸກເສີນ (Emergency) ແຕ່ ຢ່າງໃດ, ການທີ່ຕ້ອງໄດ້ບິນລໍຖ້າ 2 ຊົ່ວໂມງເພື່ອຈູດນ້ຳມັນນັ້ນເປັນພຽງການປະຕິບັດຕາມຄູ່ມື ຂອງເຮືອບິນ ໃນການບິນກັບມາລົງຄືນ ຂອງກໍລະນີເຮືອບິນມີບັນຫາທາງດ້ານເຕັກນິກທົ່ວໄປ (ບໍ່ແມ່ນເຫດສຸກເສີນ) ສຳລັບ ເຮືອບິນລຳດັ່ງກ່າວເວລາລົງເດີ່ນຕ້ອງມີນ້ຳໜັກເທົ່າກັບ ຫຼື ເບົາກ່ວາ 66 ໂຕນ ແລະ ເວລາແລ່ນຂຶ້ນແມ່ນບໍ່ໃຫ້ ເກີນ 77 ໂຕນ. ແຕ່ຖ້າຫາກໃນກໍລະນີສູກເສີນ (Emergency) ແລະ ຮີບດ່ວນ ນັກບິນສາມາດນຳເຮືອບິນທີ່ ມີນ້ຳໜັກຫຼາຍກ່ວາ 66 ໂຕນ ລົງຈອດໄດ້ໂດຍປະຕິບັດຕາມວິທີການລົງເດີ່ນດ້ວຍນ້ຳໜັກເກີນ (Over Weight Landing Procedure).


– ສາເຫດ: ຄອມພິວເຕີ ຂອງລະບົບຄວບຄຸມຕີນໜ້າໃນການ Taxi ຂອງເຮືອບິນຢູ່ເທິງໜ້າດິນ (Nose wheel Steering fault) ເຮັດວຽກຜິດປົກກະຕິ.
– ວິທີແກ້ໄຂ: ຫຼັງຈາກເຮືອບິນລົງຈອດເປັນທີ່ຮຽບຮ້ອຍແລ້ວ ນາຍຊ່າງໄດ້ກວດກາ ແລະ ປ່ຽນຄອມພິວເຕີ ຂອງລະບົບຄວບຄຸມຕີນໜ້າໃນການ Taxi ຂອງເຮືອບິນຢູ່ເທິງໜ້າດິນ (Nose wheel Steering fault). ຫຼັງຈາກນັ້ນເຮືອບິນກໍສາມາດບິນໄດ້ປົກກະຕິ. ເພື່ອບໍ່ເປັນການຊັກຊ້າສຳລັບຖ້ຽວບິນ QV856 ແມ່ນໄດ້ປ່ຽນເອົາເຮືອບິນລຳ A320, ໝາຍເລກທະບຽນ LDPL-34223 ບິນໄປແທນ. 

ດັ່ງນັ້ນ, ຈຶ່ງລາຍງານມາຍັງທ່ານ ເພື່ອຊາບ.
ຜູ້ອໍານວຍການໃຫ່ຍ


ເອກະສານແຈ້ງການ



© ໂຕະນໍ້າຊາ | tonamcha.com
___________

Powered by Blogger.