Header Ads

ລາວ- ຣັດເຊຍ ສາມາດທຳລາຍລະເບີດຕົກຄ້າງທັງ ໝົດ 384 ໜ່ວຍ ຢູ່ເມືອງຄຳເກີດ ແຂວງບໍລິຄຳໄຊ


ພິທີສະຫລຸບຜົນການຮ່ວມມື ຂອງສອງກະຊວງປ້ອງກັນປະ ເທດ ແຫ່ງ ສປປ ລາວ-ສ. ຣັດ ເຊຍເພື່ອການກວດກູ້ ແລະ ທໍາ ລາຍລະເບີດບໍ່ທັນແຕກ (ລບຕ) ທີ່ຕົກຄ້າງໃນປາງສົງຄາມຢູ່ ລາວ ເຂດກຸ່ມບ້ານທ່າແວ້ງ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນທີ່ ຫ້ອງປະຊຸມໃຫຍ່ຂອງກຸ່ມບໍ ລິສັດລັດພັດທະນາຊົນນະບົດ ໃໝ່ ໃນຕອນເຊົ້າວັນທີ 15 ມີນາ 2019, ພາຍໃຕ້ການເປັນ ປະທານ ຂອງທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີ ກະ ຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຫົວໜ້າຄະນະຊີ້ນໍາການ ຮ່ວມມືກຳລັງປະກອບອາວຸດ ແຫ່ງ ສ. ຮັດເຊຍ ເພື່ອກວດກູ້ ແລະ ທໍາລາຍ ລບຕ ຕົກຄ້າງ ຢູ່ເມືອງຄໍາເກີດ. ໂດຍເປັນກຽດ ເຂົ້າຮ່ວມຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ມີຄາຍອິນ ບຣາ ນົບ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສ.ຣັດເຊຍ ປະຈຳລາວ ພ້ອມຄະນະ, ມີບັນ ດາຜູ້ຕາງໜ້າກະຊວງປ້ອງກັນ ປະເທດ, ການນໍາແຂວງບໍລິຄໍາ ໄຊ, ການນໍາເມືອງຄໍາເກີດ, ອຳ ນາດການປົກຄອງບ້ານກ່ຽວ ຂ້ອງ, ແຂກຖືກເຊີນຕະຫລອດ ຮອດບັນດານາຍ ແລະ ພົນທະ ຫານຄະນະຮັບຜິດຊອບວຽກ ງານແຕ່ລະດ້ານໃນການຮ່ວມ ມືທັງສອງຝ່າຍເຂົ້າຮ່ວມຢ່າງ ພ້ອມພຽງ.
ທ່ານ ພັນເອກ ວີເດັນສະກີ ຊີຮະ ເກ ວາລີຣິວິດ ຫົວໜ້າພະແນກ ຈັດຕັ້ງ-ວາງແຜນກົມທະຫານ ຊ່າງແສງ, ຫົວໜ້າຄະນະປະຕິ ບັດງານ ພາກສະໜາມຂອງໜ່ວຍ ງານກວດກູ້ລະເບີດສາກົນ ກຳ ລັງປະກອບອາວຸດ ແຫ່ງສະຫະ ພັນ ຣັດເຊຍ ແລະ ທ່ານ ພັນ ເອກ ທົງໄຊ ບຸບຜາ ຮອງຫົວ ໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຫົວໜ້າຄະນະປະຕິບັດງານພາກ ສະໜາມຝ່າຍລາວໄດ້ຜັດປ່ຽນ ກັນລາຍງານຜົນການຮ່ວມມື ລະຫວ່າງກອງທັບລາວ- ຣັດເຊຍ ກວດກູ້ ແລະ ທໍາລາຍ ລບຕ ທີ່ ຕົກຄ້າງຢູ່ກຸ່ມບ້ານທ່າແວ້ງ ເມືອງຄຳເກີດ ລະອຽດຄື: ຜ່ານ ການຮ່ວມມືປະຕິບັດງານພາກ ສະໜາມກວດກູ້ ແລະ ທໍາລາຍ ລບຕ ເລີ່ມແຕ່ ວັນທີ 15 ຕຸລາ 2018-15 ມີນາ 2019 ໃນ ບໍລິເວນສະໜາມທີ່ໄດ້ຮັບການ ຢັ້ງຢືນຄຸນນະພາບເປັນພື້ນທີ່ ສໍາເລັດການກວດກູ້ ລບຕ ຈາກ ຫ້ອງການຄະນະກຳມະການ ແຫ່ງຊາດ ເພື່ອເກັບກູ້ ລບຕ ແລະ ຜູ້ຕາງໜ້າກະຊວງປ້ອງກັນ ປະເທດໄດ້ກ່າວມອບພື້ນທີ່ ປອດໄພຈາກ ລບຕ ຄືນໃຫ້ ການນໍາເມືອງຄໍາເກີດ ແບ່ງປັນ ໃຫ້ປະຊາຊົນທ້ອງຖິ່ນຊົມໃຊ້ ເນື້ອທີ່ທັງໝົດ 103 ເຮັກຕາ (ເນື້ອທີ່ໄດ້ຖາງປ່າມີຈໍານວນ 85 ເຮັກຕາ),ໃນນັ້ນໄດ້ກວດພົບ ແລະ ທໍາລາຍ ລບຕ ຕົກຄ້າງທັງ ໝົດ 384 ໜ່ວຍ ໃນສະໜາມ ມີ 344 ໜ່ວຍ ແລະ ຢູ່ນອກສະ ໜາມຈໍານວນ 40 ໜ່ວຍ, ຊະ ນິດລະເບີດ ແລະ ລູກກະສູນມີ ດັ່ງນີ້ : ບົມບີ BLU 26, BLU 61, BLU 63, BLU 66, BLU 3b, ລູກປືນ12,7 ມມ, ລູກປືນ 57 ມມ, ຈະຫຼວດ 2,75 in, ແກັບ BLU 26, ແກັບຟິວ ລະ ເບີດກະປາງ SBU 30, ແກັບ M 904, ແກັບ M-6, ລູກປືກຄົກ 60 ມມ, ລູກປືນ 75 ມມ, ລູກ ປືກຄົກ 81 ມມ ແລະ MK 82 500b.
ພະນັກງານວິຊາການ ຝ່າຍຣັດເຊຍນອກຈາກສໍາເລັດ ການກວດກູ້ ລບຕ ຕົກຄ້າງຢູ່ໃນ ບໍລິເວນສະໜາມ ດັ່ງກ່າວ ຍັງ ໄດ້ສໍາເລັດການເຝິກອົບຮົມວິຊາ ກວດກູ້ ລບຕ ໄລຍະສັ້ນໃຫ້ແກ່ ນັກວິຊາການລາວ ຈຳນວນ 2 ຊຸດ , ມີຜູ້ເຂົ້າຮ່ວມອົບຮົມຈຳນວນ 19 ສະຫາຍ, ວິຊາຮຽນມີຄື: ການນໍາໃຊ້ເຄື່ອງກວດລະເບີດແຕ່ ລະຊະນິດຂອງຝ່າຍ ຣັດເຊຍ ເຊັ່ນ: IMP-2 (ກວດຕື້ນ), IMP-S2 (ກວດຕື້ນ), MG-1I (ກວດເລິກ), INVU-3M (ເຄື່ອງກວດລະເບີດລະບົບເອເລັກໂຕຼນິກ) ແລະ PIPL (ເຄື່ອງກວດສາຍເຄເບິນຝັງຢູ່ໃຕ້ດິນ); ການເຄື່ອນໄຫວແຕກ ແລະ ພິສູດອາວຸດລູກກະສູນແຕ່ລະ ຊະນິດ; ຫລັກການຈັດວາງການທໍາລາຍອາວຸດຍຸດໂທປະກອນ; ການນໍາໃຊ້ເຄື່ອງປ້ອງກັນສະ ເກັດ ແລະ ຈູດລະເບີດ; ບາດກ້າວ ການກະກຽມເຄື່ອງກວດລະເບີດ ເຂົ້າໃນການເຮັດວຽກຕົວຈິງ ສາມາດຕີລາຄາຄວາມຮັບຮູ້ໄດ້ 95%. ພ້ອມນັ້ນ, ທັງສອງຝ່າຍ ລາວ-ຣັດເຊຍ ໄດ້ຮ່ວມລົງນາມ ມອບ-ຮັບ ເຄື່ອງອຸປະກອນກວດກູ້ ລບຕ ຄົບຊຸດ ໃຫ້ແກ່ ກອງທັບປະ ຊາຊົນລາວ ຈໍານວນ 1 ຊຸດ. 

ໃນພິທີ ທ່ານ ພົນເອກ ຈັນ ສະໝອນ ຈັນຍາລາດ ພ້ອມ ດ້ວຍບັນດາຜູ້ຕາງໜ້າການນໍາ ຂອງສອງກະຊວງປ້ອງກັນ ປະເທດ ລາວ-ຣັດເຊຍ ໄດ້ຜັດ ປ່ຽນກັນປະດັບຫລຽນມິດຕະ ພາບ, ຫລຽນກາ, ຫລຽນໄຊພິ ລາດອາດຫານ, ມອບໃບຍ້ອງຍໍ ແລະ ໃບຢັ້ງຢືນ ປະເພດຕ່າງໆ ໃຫ້ບັນດາກົມກອງລວມໝູ່ ແລະ ບຸກຄົນທີ່ໄດ້ປະກອບສ່ວນຜົນ ງານການຮ່ວມມືໃນຂົງເຂດວຽກ ງານດັ່ງກ່າວຄື: ປະດັບຫລຽນມິດ ຕະພາບ ກອງທັບປະຊາຊົນລາວ ໃຫ້ບຸກຄົນຝ່າຍ ຣັດເຊຍ ຈຳນວນ 56 ທ່ານ, ປະດັບຫລຽນມິດ ຕະພາບ ກໍາລັງປະກອບອາວຸດ ແຫ່ງ ສ. ຣັດເຊຍ ໃຫ້ບຸກຄົນ ຝ່າຍລາວ ມີ17 ທ່ານ , ປະດັບ ຫລຽນລະນຶກ 70 ປີ ກອງທັບ ປະຊາຊົນລາວ ໃຫ້ບຸກຄົນຝ່າຍ ຣັດເຊຍ 40 ທ່ານ, ປະດັບຫລຽນ ໄຊພິລາດອາດຫານ ຊັ້ນ III ໃຫ້ 4 ກົມກອງ ແລະ ບຸກຄົນ 111 ທ່ານ, ມອບໃບຍ້ອງຍໍກະຊວງ ປ້ອງກັນປະເທດໃຫ້ 4 ກົມກອງ ແລະ ບຸກຄົນ 90 ທ່ານ ແລະ ມອບ ໃບຍ້ອງຍໍກົມໃຫຍ່ການເມືອງ ກອງທັບໃຫ້ 4 ກົມກອງ ແລະ ບຸກຄົນ 80 ທ່ານ. ໃນຕອນບ່າຍຂອງວັນດຽວກັນ ນັ້ນ ບັນດາຜູ້ແທນທີ່ເຂົ້າຮ່ວມພິທີ ຍັງໄດ້ເຄື່ອນໄຫວລົງຢ້ຽມຢາມ ພື້ນທີ່ສະໜາມທີ່ໄດ້ສໍາເລັດການ ກວດກູ້ ລບຕ ແລະ ສັງເກດການ ທໍາລາຍ ບົມບີ ແລະ ການທໍາລາຍ ລບຕ ປະເພດ ບົມ MK 82 500b ຢູ່ສະໜາມທໍາລາຍ ລບຕ ເພື່ອເປັນການຢັ້ງຢືນຜົນງານ ແລະ ປິດສະໜາມການຮ່ວມມື ກວດກູ້ ແລະ ທໍາລາຍ ລບຕ ຕົກ ຄ້າງຢູ່ເມືອງຄໍາເກີດ ແຂວງບໍ ລິ ຄໍາໄຊ ລະຫວ່າງ ສອງກະຊວງ ປ້ອງກັນປະເທດ ແຫ່ງ ສປປ ລາວ- ສ.ຣັດເຊຍ ດ້ວຍຜົນສໍາ ເລັດໃຫຍ່ຫລວງ ແລະ ມີຄວາມ ປອດໄພຮອບດ້ານ . ໂດຍ: ບຸນທະວີ ອິນທະມິດ (ນສພ ກອງທັບ)


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.