Header Ads

ໂຄງການລົດໄຟລາວ-ຈີນ ຊົມເຊີຍ ຜົນສຳເລັດການເຈາະອຸໂມງບໍ່ເຕ່ນ ມີຄວາມຍາວທັງໝົດ 6453.5 ແມັດ



ອີງຕາມການລາຍງານຂອງ ສໍານັກຂ່າວສານປະເທກລາວ ວ່າ : ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຈັດພິທີຊົມເຊີຍຜົນສຳເລັດການເຈາະອຸໂມງບໍ່ເຕ່ນ ໂຄງການລົດໄຟລາວ-ຈີນ ໃນວັນທີ 21 ມີນາ ທີ່ປາກອຸໂມງທາງອອກບໍ່ເຕ່ນ ເມືອງນໍ້າທາ ແຂວງຫລວງນໍ້າທາ. ທ່ານ ໂຈ່ວຊຽວເຊຍ ຫົວໜ້າໂຄງການສັນຍາຊ່ວງທີ 1 ໂຄງການທາງລົດໄຟລາວ-ຈີນ ໄດ້ໃຫ້ຮູ້ວ່າ: ອຸໂມງບໍ່ເຕ່ນ ມີຄວາມຍາວທັງໝົດ 6453.5 ແມັດ ທີ່ນອນຢູ່ໃນອຸໂມງ 10 ອຸໂມງຂະໜາດໃຫຍ່ທີ່ມີຄວາມຍາວຫລາຍກວ່າ 5 ກິໂລແມັດຂຶ້ນໄປ ເຊິ່ງການກໍ່ສ້າງອຸໂມງແມ່ນໄດ້ແບ່ງເປັນ 4 ເຂດກໍ່ສ້າງຄື: ເຂດທາງເຂົ້າປາກອຸໂມງ, ເຂດທາງອອກອຸໂມງ ແລະ ເຂດກໍ່ສ້າງອຸໂມງສອງເຂດ ນັບຕັ້ງແຕ່ໄດ້ເລີ່ມການລົງມືກໍ່ສ້າງເປັນຕົ້ນມາແມ່ນໄດ້ປະຕິບັດຕາມເປົ້າໝາຍການກໍ່ສ້າງ, ການກໍ່ສ້າງໄດ້ເລີ່ມມາແຕ່ເດືອນ 3 ປີ 2017 ໄດ້ຈັດຕັ້ງປະຕິບັດຕາມຄວາມຕ້ອງການ ໃນການຄຸ້ມຄອງມາດຕະຖານຢ່າງເຂັ້ມງວດ, ເສີມສ້າງຄວາມປອດໄພ ແລະ ຄວບຄຸມຄຸນນະພາບພາຍໃນສະໜາມ, ໃຊ້ເຄື່ອງອຸປະກອນກໍ່ສ້າງອຸໂມງຢ່າງຄົບຊຸດ, ພະຍາຍາມດຳເນີນການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີຢ່າງເຂັ້ມແຂງ. ໂຄງການກໍ່ສ້າງອຸໂມງດັ່ງກ່າວ ແມ່ນບໍລິສັດກໍ່ສ້າງທາງລົດໄຟຈີນ ເລກ 5 ເປັນຜູ້ຮັບເໝົາກໍ່ສ້າງ.




ໂອກາດດັ່ງກ່າວ ທ່ານ ຄຳສຸກ ບຸນຍະວົງ ຮອງປະທານຄະນະກວດກາສູນກາງພັກ, ຫົວໜ້າຄະນະສະເພາະກິດຕິດຕາມ ກວດກາ ການປະຕິບັດສັນຍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ກ່າວວ່າ: ໂຄງການດັ່ງກ່າວ ແມ່ນສຳເລັດໄປດ້ວຍດີ ມີຄວາມປອດໄພສູງ, ຮັບປະກັນດ້ວຍຄວາມປອດໃສຂາວສະອາດ ແລະ ເປັນມິດກັບສິ່ງແວດລ້ອມ ໂດຍເປັນໜຶ່ງໃນການຊີເຈາະຕົ້ນແບບທາງດ້ານວິສະວະກຳ ຂອງໂຄງການນີ້ ເຊິ່ງຜົນສຳເລັດດັ່ງກ່າວ ຈະເປັນການປະກອບສ່ວນເອກອ້າງເຂົ້າໃນກອງປະ ຊຸມ “ໜຶ່ງແລວໜຶ່ງເສັ້ນທາງ” ສະໄໝທີ 2 ທີ່ຈະຈັດຂຶ້ຢູ່ນະຄອນຫລວງປັກກິ່ງໃນໄວໆນີ້, ພ້ອມນີ້ ຍັງເປັນການສ້າງໃຫ້ປະຊາຊົນລາວມີຄວາມເຊື່ອໝັ້ນ ແລະ ເອກອ້າງຕໍ່ບັນດາປະເທດຕ່າງໆກ່ຽວກັບການສ້າງທາງລົດໄຟ ລາວ-ຈີນ ແລະ ຈະມີຜົນສຳເລັດຕາມແຜນ ການທີ່ໄດ້ກຳນົດໄວ້.


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.