Header Ads

ປະທານສະພາແຫ່ງຊາດ ສືບຕໍ່ຢ້ຽມຢາມສັນຖະວະໄມຕີຍີ່ປຸ່ນ


ວັນ​ທີ 18 ມີ­ນາ 2019 ເປັນ​ມື້​ທີ 2 ໃນ​ການ​ຢ້ຽມ­ຢາມ​ສັນ­ຖະ­ວະ­ໄມ­ຕີ​ປະ­ເທດ​ຍີ່­ປຸ່ນ ຂອງ​ທ່ານ​ນາງ ປາ­ນີ ຢາ​ທໍ່​ຕູ້ ປະ­ທານ​ສະ­ພາ​ແຫ່ງ​ຊາດ ພ້ອມ​ຄະ­ນະ ເຊິ່ງ​ໄດ້​ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ Tadamori Oshima ປະ­ທານ​ສະ­ພາ​ຜູ້​ແທນ​ລາ­ຊະ​ດອນ​ຍີ່­ປຸ່ນ ພ້ອມ​ຄະ­ນະ.



ໂອ­ກາດ​ນີ້ ສອງ​ຝ່າຍ​ໄດ້​ຕີ​ລາ­ຄາ​ສູງ​ຕໍ່​ການ​ພົວ­ພັນ​ລາວ-ຍີ່­ປຸ່ນ ເຊິ່ງ​ເປັນ​ການ​ພົວ­ພັນ​ມິດ­ຕະ­ພາບ​ທີ່​ມີ​ມູນ­ເຊື້ອ ລາວ-ຍີ່­ປຸ່ນ ໄດ້​ສ້າງ­ຕັ້ງ​ສາຍ​ພົວ­ພັນ​ການ​ທູດ​ນຳ​ກັນ ໃນ​ປີ 1955 ແລະ ໄດ້​ຂະ­ຫຍາຍ­ຕົວ ກ້າວ​ຂຶ້ນ​ເປັນ​ການ​ພົວ­ພັນ​ແບບ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ໃນ​ປີ 2015 ການ​ນຳ​ສູງ​ສຸດ​ຂອງ 2 ປະ­ເທດ ໄດ້​ແລກ­ປ່ຽນ​ການ​ຢ້ຽມ­ຢາມ​ກັນ​ຢ່າງ​ເປັນ​ປະ­ຈຳ ປະ­ເທດ​ຍີ່­ປຸ່ນ ເປັນ​ປະ­ເທດ​ໜຶ່ງ​ທີ່​ໃຫ້­ການ​ຊ່ວຍ­ເຫຼືອ​ແກ່​ປະ­ເທດ​ລາວ​ມາ​ຫຼາຍ​ທົດ​ສະ​ວັດ ເປັນ­ຕົ້ນ ການ​ກໍ່­ສ້າງ​ພື້ນ­ຖານ​ໂຄງ​ລ່າງ ການ​ສ້າງ​ຊັບ­ພະ­ຍາ­ກອນ​ມະ­ນຸດ​ໃຫ້ ສປປ ລາວ (ນັກ​ສຶກ​ສາ​ລາວ​ມາ​ຮຽນ​ຢູ່​ຍີ່­ປຸ່ນ 30 ກວ່າ​ຄົນ​ຕໍ່​ປີ) ຊ່ວຍ­ເຫຼືອ​ປັບ­ປຸງ​ຍົກ​ລະ­ດັບ​ການ​ບໍ­ລິ­ການ​ດ້ານ​ການ​ສຶກ​ສາ ແລະ ສາ­ທາ­ລະ­ນະ​ສຸກ ເພື່ອ​ບັນ­ລຸ​ເປົ້າ​ໝາຍ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ (SDGs) ຂອງ​ລາວ.



ການ​ພົວ­ພັນ​ລະ­ຫວ່າງ 2 ອົງ­ການ​ນິ­ຕິ­ບັນ­ຍັດ ລາວ-ຍີ່­ປຸ່ນ ໄດ້​ມີ​ການ​ພົວ­ພັນ​ມິດ­ຕະ­ພາບ​ນຳ​ກັນ​ຕະ­ຫຼອດ​ມາ ມີ​ການ​ໄປ-ມາ​ຫາ​ສູ່ ແລະ ແລກ­ປ່ຽນ​ບົດ­ຮຽນ​ເຊິ່ງ​ກັນ ແລະ ກັນ ໂດຍ​ສະ­ເພາະ ການ​ແລກ­ປ່ຽນ​ການ​ຢ້ຽມ­ຢາມ​ລະ­ຫວ່າງ ຄະ­ນະ​ມິດ­ຕະ­ພາບ​ລັດ​ຖະ​ສະ­ພາ ສະ­ພາ​ແຫ່ງ​ຊາດ​ລາວ ແລະ ລັດ​ຖະ​ສະ­ພາ​ຍີ່­ປຸ່ນ ທ່ານ​ນາງ ປາ­ນີ ຢາ​ທໍ່​ຕູ້ ໄດ້​ສະ­ເໜີ​ທິດ​ທາງ​ຮ່ວມ​ມື​ຂອງ 2 ອົງ­ການ​ໃນ­ຕໍ່­ໜ້າ​ຄື: ສະ­ເໜີ​ໃຫ້​ມີ​ການ​ສືບ­ຕໍ່​ການ​ແລກ­ປ່ຽນ​ການ​ຢ້ຽມ­ຢາມ ແລະ ໄປ-ມາ​ຫາ​ສູ່​ກັນ ລະ­ຫວ່າງ​ສະ­ພາ​ແຫ່ງ​ຊາດ​ລາວ ແລະ ລັດ​ຖະ​ສະ­ພາ​ຍີ່­ປຸ່ນ ເຊັ່ນ: ໃນ​ລະ­ດັບ​ກຳ­ມາ​ທິ​ການ ແລະ ຄະ­ນະ​ມິດ­ຕະ­ພາບ​ລັດ​ຖະ​ສະ­ພາ ສະ­ເໜີ​ໃຫ້​ມີ​ການ­ຈັດ­ຕັ້ງ​ການ​ແລກ­ປ່ຽນ​ບົດ­ຮຽນ ຫຼື ຈັດ​ສຳ​ມະ​ນາ​ໃນ​ຫົວ­ຂໍ້​ທີ່​ສະ­ພາ​ແຫ່ງ​ຊາດ​ລາວ ມີ​ຄວາມ​ສົນ­ໃຈ​ຄື: ການ​ບໍ­ລິ­ຫານ-ຄຸ້ມ​ຄອງ​ເສດ­ຖະ­ກິດ ການ​ວາງ​ແຜນ​ພັດ­ທະ­ນາ​ຕົວ​ເມືອງ ນະ­ໂຍ­ບາຍ​ກ່ຽວ​ກັບ​ການ​ຊຸກ­ຍູ້-ສົ່ງ­ເສີມ​ທຸ­ລະ​ກິດ​ຂະ­ໜາດ​ນ້ອຍ ແລະ ຂະ­ໜາດ​ກາງ ສະ­ເໜີ​ໃຫ້​ລັດ​ຖະ​ສະ­ພາ​ຍີ່­ປຸ່ນ ຊຸກ­ຍູ້​ໃຫ້​ລັດ­ຖະ­ບານ​ຍີ່­ປຸ່ນ​ສືບ­ຕໍ່​ໃຫ້­ການ​ສະ­ໜັບ­ສະ­ໜູນ ບັນ­ດາ​ໂຄງ­ການ​ພັດ­ທະ­ນາ​ທີ່​ລັດ­ຖະ­ບານ​ລາວ ໄດ້​ສະ­ເໜີ​ຕໍ່​ລັດ­ຖະ­ບານ​ຍີ່­ປຸ່ນ​ເພື່ອ​ພິ­ຈາ­ລະ­ນາ ໂດຍ​ສະ­ເພາະ ໂຄງ­ການ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ ໃນ​ການ​ສ້າງ​ເສັ້ນ­ທາງ​ດ່ວນ ວຽງ​ຈັນ-ຮ່າ​ໂນ້ຍ ສະ­ເໜີ​ໃຫ້​ລັດ​ຖະ​ສະ­ພາ​ຍີ່­ປຸ່ນ ສືບ­ຕໍ່​ຊຸກ­ຍູ້​ສົ່ງ­ເສີມ​ການ​ຮັດ​ແໜ້ນ​ສາຍ​ພົວ­ພັນ​ມິດ­ຕະ­ພາບ ແລະ ການ​ຮ່ວມ​ມື​ລະ­ຫວ່າງ​ປະ­ຊາ­ຊົນ​ລາວ ແລະ ປະ­ຊາ­ຊົນ​ຍີ່­ປຸ່ນ ດ້ວຍ​ການ​ສ້າງ​ເງື່ອນ­ໄຂ ແລະ ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້­ການ​ໄປ-ມາ​ຫາ​ສູ່​ກັນ ແກ້​ໄຂ​ສິ່ງ​ກີດ­ຂວາງ​ຕ່າງໆ​ທີ່​ບໍ່​ມີ​ລັກ­ສະ­ນະ​ສ້າງ­ສັນ.



ຈາກ​ນັ້ນ ທ່ານ​ນາງ ປາ­ນີ ຢາ​ທໍ່​ຕູ້ ພ້ອມ​ຄະ­ນະ ກໍ​ໄດ້​ພົບ​ປະ​ກັບ​ທ່ານ ຊິນ​ໂຊ ອາ​ເບະ ນາ­ຍົກ­ລັດ­ຖະ­ມົນ­ຕີ​ຍີ່­ປຸ່ນ ເຊິ່ງ​ທ່ານ ຊິນ​ໂຊ ອາ​ເບະ ໄດ້​ສະ­ແດງ​ຄວາມ​ຍິນ​ດີ​ຕ້ອນ­ຮັບ ແລະ ຕີ​ລາ­ຄາ​ສູງ​ຕໍ່່​ການ​ມາ​ຢ້ຽມ­ຢາມ​ຍີ່­ປຸ່ນ​ຂອງ​ທ່ານ​ນາງ ປາ­ນີ ຢາ​ທໍ່​ຕູ້ ພ້ອມ​ຄະ­ນະ ເຊິ່ງ​ເປັນ​ການ​ປະ­ກອບ­ສ່ວນ​ເສີມ​ຂະ­ຫຍາຍ​ການ​ພົວ­ພັນ​ຮ່ວມ​ມື​ລະ­ຫວ່າງ ລາວ-ຍີ່­ປຸ່ນ ກໍ​ຄື 2 ອົງ­ການ​ນິ­ຕິ​ບັດ​ຍັດ​ໃຫ້​ແໜ້ນ​ແຟ້ນ​ຂຶ້ນ​ຕື່ມ ນອກ​ນີ້ 2 ຝ່າຍ​ຍັງ​ໄດ້​ຕີ​ລາ­ຄາ​ສູງ​ຕໍ່​ການ​ພົວ­ພັນ ແລະ ການ​ຮ່ວມ​ມື​ທີ່​ມີ​ມູນ­ເຊື້ອ​ອັນ​ດີ­ງາມ​ລະ­ຫວ່າງ ລາວ ແລະ ຍີ່­ປຸ່ນ ເຊິ່ງ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ​ເປັນ​ກ້າວໆ. ພາບ-ຂ່າວ: ນສພ ວຽງຈັນໃຫ່ມ


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.