Header Ads

ແຂວ​ງ​ສະ​ຫວັນ​ນະ​ເຂດ ຢຶດ ແລະ​ທຳ​ລາຍ​ຊີ້ນ​ໝູ​ທີ່​ລັກ​ລອບ​ນຳ​ເຂົ້າ​ໄດ້ 170 ກວ່າ​ກິ​ໂລ


ໃນໄລຍະຜ່ານມາໄດ້ເກີດ ມີການແຜ່ລະບາດຂອງພະ ຍາດອະຫິວາໝູອາຟຣິກາໃນ ປະເທດເພື່ອນບ້ານເປັນຕົ້ນ ແມ່ນ ສສ ຫວຽດນາມ, ຕໍ່ ສະພາບການດັ່ງກ່າວ, ການ ນໍາຂອງແຂວງສະຫວັນນະ ເຂດ ກໍ່ຄືພາກສ່ວນທີ່ກ່ຽວຂ້ອງ ກໍ່ໄດ້ເອົາໃຈໃສ່ລົງຕິດຕາມ ກວດສອບຕາມເຂດຊາຍແດນ ທີ່ມີຄວາມສ່ຽງໃນການນໍາເຂົ້າ ແລະ ລັກລອບນໍາເຂົ້າໝູ ທີ່ອາດ ຈະນໍາເຊື້ອພະຍາດດັ່ງກ່າວ ເຂົ້າມາແຜ່ລະບາດພາຍໃນປະ ເທດຂອງເຮົາ.


ໃນວັນທີ 27 ມີນາ 2019 ນີ້, ທ່ານ ຄໍາຈັນ ສີດາວົງ ຫົວ ໜ້າຂະແໜງການລ້ຽງສັດ ແລະ ການປະມົງພະແນກກະສິກໍາ ແລະປ່າໄມ້ແຂວງສະຫວັນ ນະເຂດ ໄດ້ໃຫ້ສໍາພາດຕໍ່ນັກ ຂ່າວໜັງສືພິມສະຫວັນພັດທະ ນາຂອງພວກເຮົາວ່າ: ຫຼັງຈາກ ທີ່ເກີດການແຜ່ລະບາດຂອງ ພະຍາດດັ່ງກ່າວ ພວກເຮົາ ກໍ່່ບໍ່ໄດ້ນິ້ງນອນໃຈ, ໄດ້ມີການ ຕິດຕາມເຝົ້າລະວັງ, ສະກັດກັ້ນ ບໍ່ໃຫ້ມີການນໍາເຂົ້າ ຫຼືລັກລອບ ນໍາເຂົ້າໝູຈາກປະເທດໃກ້ຄຽງ ໂດຍໄດ້ມີການຈັດຕັ້ງພະນັກ ງານລົງຕິດຕາມຮ່ວມກັບເຈົ້າ ໜ້າທີ່ໃນ 14 ເມືອງ 1 ນະຄອນ ເຊິ່ງຈະເນັ້ນໜັກໃນເຂດເມືອງ ນອງ ແລະເຊໂປນທີ່ມີດ່ານຊາຍ ແດນຕິດຈອດກັບ ສສ ຫວຽດ ນາມ.



ຜ່ານການຕິດຕາມກວດ ກາຢ່າງໃກ້ຊິດ ສາມາດພົບເຫັນ ແລະຢຶດທໍາລາຍຊີ້ນໝູທີ່ນໍາ ເຂົ້າຈາກປະເທດໃກ້ຄຽງ ໄດ້ກວ່າ 170 ກິໂລກຼາມ, ເຊິ່ງ ໃນການປະຕິບັດໜ້າທີ່ຂອງ ຂະແໜງລ້ຽງສັດ ແລະການ ປະມົງໄດ້ມີການຮ່ວມມືສົບທົບ ກັບເຈົ້າໜ້າທີ່ແຕ່ລະພາກສ່ວນ ທີ່ກ່ຽວຂ້ອງໃນການລົງກວດ ສອບເປັນຕົ້ນແມ່ນຕະຫຼາດ ພາຍໃນ 14 ເມືອງ 1 ນະຄອນ ແລະມີການສີດພົ່ນຢາຂ້າເຊື້ອ ໃສ່ລົດທີ່ສັນຈອນຕາມດ່ານ ຊາຍແດນເພື່ອຫຼຸດຄວາມສ່ຽງ ໃນການແຜ່ລະບາດຂອງເຊື້ອ ພະຍາດ.

ທ່ານຍັງກ່າວອີກວ່າ: ກ່ຽວກັບພະຍາດດັ່ງກ່າວນີ້ ແມ່ນສາມາດສັງເກດໝູທີ່ຕິດເຊື້ອພະຍາດໄດ້ຄືຈະເຫັນໃບຫູ, ຜິວໜັງເປັນປ່າມສີແດງຊໍ້າ ແລະຊີ້ນຕາຍເປັນຈຸດໆຢູ່ບໍລິ ເວນຜິວໜັງພື້ນທ້ອງຫຼັງຈາກ ທີ່ໝູຕາຍແລ້ວ, ພະຍາດດັ່ງ ກ່າວນີ້, ເມື່ອຕິດເຊື້ອຈະມີອັດຕາ ການຕາຍສູງເຖິງ 100% ບໍ່ມີ ຢາປ້ອງກັນ ແລະບໍ່ສາມາດປິ່ນ ປົວໄດ້ມີໄລຍະພັກເຊື້ອ 2-3 ວັນ ໂດຍບໍ່ສະແດງອາການໝູ ຈະຕາຍຢ່າງກະທັນຫັນ ຫຼືຊໍ້າ ເຮື້ອ, ຈະມີໄຂ້ສູງເຖິງ 42 ໍC, ພະຍາດດັ່ງກ່າວສາມາດຕິດຕໍ່ໂດຍທາງກົງຈາກການສໍາຜັດໝູທີ່ຕິດເຊື້ອ ຫຼືທາງອ້ອມຜ່ານທາງພາຫະນໍາເຊື້ອເຊັ່ນ: ຄົນ, ອຸປະກອນ, ອາຫານສັດ, ເຫັບ, ເຫົາ. ຕໍ່ສະພາບການດັ່ງກ່າວ ຈຶ່ງຮຽກຮ້ອງໃຫ້ປະຊາຊົນຈົ່ງ ເປັນຫູເປັນຕາຊ່ວຍກັນໃນການເຝົ້າລະວັງ ແລະສະກັດກັ້ນຫາກ ພົບເຫັນການລັກລອບນໍາເຂົ້າຊີ້ນໝູຂໍໃຫ້ແຈ້ງເຈົ້າໜ້າທີ່ໂດຍດ່ວນ ທັງນີ້ກໍ່ເພື່ອບໍ່ໃຫ້ພະຍາດອະຫິວາໝູອາຟຣິກາເກີດຂຶ້ນຢູ່ ໃນປະເທດຂອງພວກເຮົາ. 




© ໂຕະນໍ້າຊາ | tonamcha.com
___________


Powered by Blogger.