Header Ads

ອີລອນ ມາກ ກາຍເປັນມະຫາເສດຖີອັນດັບ 2 ຂອງໂລກ ແຊງໜ້າ Bill Gates ດ້ວຍມູນຄ່າຊັບສີນ 128 ຕື້ໂດລາ





ອີລອນ ມາກ (Elon Musk ) ນັກທຸລະກິດ ແລະ CEO ຂອງ Tesla, ອາຍຸ 49 ປີ, ໄດ້ກາຍເປັນມະຫາເສດຖີທີ່ສູງທີ່ສຸດອັນດັບ 2 ຂອງໂລກ  ແຊງໜ້າ ຜູ້ກໍ່ຕັ້ງ  ບ/ສ Microsoft  ບີລ ເກດ (Bill Gates) ພາຍຫຼັງຈາກຊັບສິນຂອງ Musk ໄດ້ເພີ່ມຂື້ນຫຼາຍກ່ວາ 7.240 ລ້ານໂດລາສະຫະລັດ ຍ້ອນປັດໃຈການເພີ່ມຫຸ້ນຂອງ Tesla (TSLA)  ເພີ່ມຂຶ້ນຫຼາຍກ່ວາ 6% (+ 6,58%) ມາປິດບັນທຶກທີ່ 521.85 ໂດລາໃນການຊື້ຂາຍໃນວັນຈັນທີ່ຜ່ານ ສິ້ນສຸດມື້ດ້ວຍມູນຄ່າຕະຫຼາດປະມານ 464 ຕື້ໂດລາສົ່ງຜົນໃຫ້ຫຸ້ນຂອງ ອີລອນ ມາກ ເພີ່ມເປັນ 7,2 ຕື້ໂດລາ.


ອີງຕາມການເປີດເຜີຍຂໍ້ມູນຫຼ້າສຸດຂອງ Bloomberg ແລະ Bloomberg Billionaires Index .​  Jeff Bezos  ຜູ້ກໍ່ຕັ້ງ Amazon ແລະ CEO ຍັງຄົງເປັນອັນດັບ 1 ໃນດັດຊະນີ ລວມມູນຄ່າຊັບສິນທັງໝົດຫຼາຍກ່ວາ 182 ຕື້ໂດລາສະຫະລັດ ແລະ Jeff Bezos ກໍເປັນຄົນທໍາອິດຂອງໂລກທີ່ສ້າງປະຫວັດສາດລໍ້າລວຍທີ່ສຸດເກີນ 200   ຕື້ໂດລາສະຫະລັດຈາກຊັບສິນທັງໝົດ.


ສາລັບອັນດັບສອງຕົກເປັນ  Bill Gates,  ອັນດັບ ສາມ Bernard Arnault, ອັນດັບສີ່  Mark Zuckerberg ແລະ ອັນດັບ ຫ້າ ເປັນຂອງ Warren Buffett ຕາມລໍາດັບ. 


© ໂຕະນໍ້າຊາ | tonamcha.com
___________






Powered by Blogger.