ຍທຂ ລາຍງານໂຄງການກໍ່ສ້າງທາງດ່ວນ ຫ້ວຍຊາຍ-ບໍ່ເຕ່ນ ແລະ ນະຄອນຫຼວງວຽງຈັນ-ປາກເຊ ແມ່ນພວມຢູ່ໃນຂັ້ນຕອນສຶກສາຄວາມເປັນໄປໄດ້
ສະຫາຍ ນາງ ວິໄລຄຳ ໂພສາລາດ ຄະນະປະຈຳປະ ທານກວດກາພັກ ຮອງລັດຖະ ມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຕາງ ໜ້າໃຫ້ຄະນະພັກ, ຄະນະນໍາ ຕະຫຼອດຮອດສະມາຊິກພັກ, ພະນັກງານ ທົ່ວຂະແໜງ ຍທຂ ໄດ້ໃຫ້ສໍາພາດກ່ຽວກັບ ວຽກງານພັດທະນາໂຄງລ່າງພື້ນຖານຄົມມະນາຄົມຕໍ່ນັກຂ່າວ ໜັງສືພິມ ປະຊາຊົນເມື່ອບໍ່ດົນມານີ້ວ່າ: ວຽກງານຍົກລະດັບ ແລະ ພັດທະນາໂຄງລ່າງພື້ນຖານຄົມມະນາຄົມ: ໄດ້ສືບຕໍ່ເອົາໃຈໃສ່ປັບປຸງ ຍົກລະດັບເສັ້ນທາງຫຼວງແຫ່ງຊາດໃຫ້ໄດ້ມາດຕະຖານອາຊຽນ ຫຼື ທຽບເທົ່າກັບບັນດາປະເທດອ້ອມຂ້າງ ແລະ ເຊື່ອມຈອດທາງຫຼວງແຫ່ງຊາດກັບທາງຫຼວງທ້ອງຖິ່ນ ແລະ ເຂົ້າເຂດຈຸດສຸມການຜະລິດ. ໃນນີ້, ເສັ້ນທາງອະນຸພາກພື້ນທີ່ເປັນແລວເສດຖະກິດ ເຊື່ອມຈອດຕາເວັນອອກຕາເວັນຕົກ ແລະ ເໜືອ-ໃຕ້ ແມ່ນໄດ້ສໍາເລັດການກໍ່ສ້າງເສັ້ນທາງ 13 ເໜືອ (ໄລຍະແຕ່ອຸດົມໄຊ- ປາກມອງ), ການສ້ອມແປງທາງເລກ 9 (ນະຄອນໄກສອນ ພົມວິຫານ-ຊາຍແດນຫວຽດນາມ), ກໍ່ສ້າງທາງ 16B (ເຊກອງ-ດາກຈຶງ-ຊາຍແດນຫວຽດນາມ), ກໍ່ສ້າງທາງເລກ 1A (ບຸນເໜືອ- ລານຕຸຍ); ສໍາເລັດການສຶກສາຄວາມເປັນໄປໄດ້ໂຄງການກໍ່ສ້າງ ທາງເລກ 8 ແລະ ທາງເລກ 12; ພວມຈັດຕັ້ງປະຕິບັດໂຄງການ ກໍ່ສ້າງຂະຫຍາຍເສັ້ນທາງ 13 ເໜືອ (ໄລຍະແຕ່ວຽງຈັນ-ໂພນໂຮງ) ແລະ ໂຄງການກໍ່ສ້າງທາງດ່ວນວຽງຈັນ-ບໍ່ເຕ່ນ ໄລຍະທີ 1 (ວຽງຈັນ-ວັງວຽງ) ສະເພາະທາງດ່ວນ ຫ້ວຍຊາຍ-ບໍ່ເຕ່ນ ແລະ ນະຄອນຫຼວງວຽງຈັນ-ປາກເຊ ແມ່ນພວມຢູ່ໃນຂັ້ນຕອນສຶກສາຄວາມເປັນໄປໄດ້.
ສໍາລັບການເຊື່ອມຈອດພາຍໃນ ແມ່ນພວກເຮົາໄດ້ສໍາເລັດຫຼາຍໂຄງການ ເປັນຕົ້ນແມ່ນສໍາເລັດການກໍ່ສ້າງຂະ ຫຍາຍທາງເລກ 21 (ຜາເມືອງ-ທ່າສີ), ການກໍ່ສ້າງຂົວຂ້າມນ້ໍາຂອງ (ໂຄກເຂົາດໍ-ປາກລາຍ), ກໍ່ສ້າງທາງ 16A (ປາກຊ່ອງ-ຫຼັກ 52 ແຂວງ ອັດຕະປື), ທາງ 6A ຫາງລ້ອງ-ສົບເບົາ, ທາງ 6B (ສົບເບົາ-ປ່າຮ່າງ), ທາງເລກ 4 (ຫົງສາ-ຊຽງແມນ), ທາງເມືອງຊຽງຮ່ອນ-ເມືອງຄອບ-ກ້ອນຕື່ນ, ທາງເລກ 5A (ຂົວນ້ໍາຍອນ-ລ້ອງແຈ້ງ-ຊາຍແດນແຂວງຊຽງຂວາງ) ແລະ ອື່ນໆ. ນອກນີ້, ຍັງໄດ້ພັດທະນາທາງຫຼວງແຂວງ, ທາງຊົນນະບົດ, ທາງເຂົ້າຫາເຂດເສດຖະກິດ ແລະ ຈຸດສຸມການຜະລິດ, ດ້ວຍການຮ່ວມືກັບບັນດາຄູ່ຮ່ວມພັດທະນາຕ່າງໆ, ມາຮອດປີ 2019 ສປປ ລາວ ມີລະບົບຕາໜ່າງເສັ້ນທາງທັງໝົດ 58.254 ກມ, ເພີ່ມຂຶ້ນ 1.922 ກມ ທຽບໃສ່ປີ 2015 ສັງລວມແລ້ວປັດຈຸບັນມີເສັ້ນທາງທຽວໄດ້ຕະຫຼອດປີໄປເຖິງທຸກໆເມືອງໃນປະເທດ. ໃນນີ້, ມີເສັ້ນທາງປູຢາງໄປເຖິງທຸກເທດສະບານແຂວງໃນທົ່ວປະເທດ ແລະ ມີ 138 ເມືອງ ມີເສັ້ນທາງປູຢາງເຂົ້າເຖິງ ຊຶ່ງກວມເອົາ 93,2% (ຈາກທັງໝົດ 148 ເມືອງ) ໃນທົ່ວປະເທດ.
ການພັດທະນາການຂົນ ສົ່ງທາງບົກໄດ້ພັດທະນາ ແລະ ປັບປຸງຄຸນນະພາບການຂົນສົ່ງ ເພື່ອເຮັດໃຫ້ການບໍລິການດ້ວຍບໍລິມາດການຂົນສົ່ງ ເພີ່ມຂຶ້ນ 7% ຕໍ່ປີ ຕາມແຜນການທີ່ວາງໄວ້ຜົນການປະຕິບັດໃນໄລຍະຜ່ານມາ ເຫັນວ່າລະບົບການຂົນສົ່ງສາມາດຮັບປະກັນການຈໍລະຈອນສິນຄ້າ ແລະ ໂດຍສານໄດ້ໄປທົ່ວປະເທດ ແລະ ສາມາດເຊື່ອມຈອດກັບບັນດາປະເທດໃກ້ຄຽງເຊັ່ນ: ການຂົນສົ່ງໂດຍສານ ລະຫວ່າງແຂວງ ຄື: ຈາກນະຄອນຫຼວງວຽງຈັນ ໄປຫາບັນດາແຂວງໃນຂອບເຂດທົ່ວປະເທດ, ປັດຈຸບັນແມ່ນມີທັງໝົດ 71 ສາຍທາງ ແລະ ການຂົນສົ່ງໂດຍສານລະຫວ່າງແຂວງດ້ວຍກັນ ຈໍານວນ 119 ສາຍ ທາງ ນອກຈາກນັ້ນ, ຍັງມີການຂົນສົ່ງໂດຍສານພາຍໃນແຂວງ ພາຍໃນຕົວເມືອງ. ການຂົນສົ່ງໂດຍສານ ລະຫວ່າງປະເທດ ກັບບັນດາປະເທດໃກ້ຄຽງ, ມີລົດໂດຍສານປະຈໍາທາງ ລາວ-ໄທ , ລາວ-ຈີນ, ລາວ-ຫວຽດນາມ ແລະ ສາຍທາງການແລ່ນລົດໂດຍສານ ລາວ-ກໍາປູເຈຍ ລວມທັງໝົດມີ 81 ສາຍທາງ.
ການພັດທະນາດ້ານໂຍ ທາທິການທາງນ້ໍາ ອັນພົ້ນເດັ່ນ ກະຊວງ ຍທຂ ໄດ້ຮັບການຕົກ ລົງຈາກລັດຖະບານໃຫ້ເຊັນ ສັນຍາວ່າດ້ວຍ ການຮ່ວມມືລົງ ທຶນພັດທະນາທ່າທຽບເຮືອ 1, 2 ແລະ 3 ຂອງທ່າ ເຮືອຫວຸງອ່າງ ກັບ ກະຊວງ ຄົມມະນາຄົມຂົນສົ່ງ ສສ ຫວຽດນາມ. ສສ ຫວຽດນາມ ເຫັນດີເພີ່ມຮຸ້ນໃຫ້ແກ່ ສປປ ລາວ ຈາກ 20% ມາເປັນ 60% ແລະ ຝ່າຍຫວຽດນາມຖືຮຸ້ນ 40%, ກໍານົດເວລາ 70 ປີ ແລະ ສາມາດຕໍ່ອາຍຸໄດ້.
ໃນການປ້ອງກັນບໍ່ໃຫ້ຕາຝັ່ງເຈື່ອນ ທີ່ຕິດພັນກັບ ການປົກປັກຮັກສາເຂດນໍ້າແດນດິນ ແລະ ອະທິປະໄຕຂອງຊາດ ໂດຍສະເພາະແມ່ນ ຕາມແຄມແມ່ນ້ໍາຂອງ, ແມ່ນໍ້າເຫືອງ ໃນຂອບເຂດທົ່ວປະເທດ ແມ່ນມີຄວາມຕ້ອງການກໍ່ສ້າງຕ້ານເຂື່ອນທັງໝົດ 514 ກມ, ຮອດປີ 2020 ໄດ້ກໍ່ສ້າງສໍາເລັດ 202 ກມ ເທົ່າກັບ 39% ໃນການຮັບມືກັບສະພາບປ່ຽນແປງດິນຟ້າອາກາດ ພວກເຮົາໄດ້ສໍາເລັດ ການກໍ່ສ້າງຄັນຄູປ້ອງກັນນ້ໍາຖ້ວມຕິດພັນກັບການກໍ່ສ້າງທາງເລກທີ 11 ນະຄອນຫຼວງວຽງຈັນ ຕອນໃຕ້ ຍາວ 32,2 ກິໂລແມັດ, ພວມປະຕິບັດໂຄງການຫຼຸດຜ່ອນໄພນ້ໍາຖ້ວມ ເມືອງໄຊ ແຂວງອຸດົມໄຊ.
ການພັດທະນາດ້ານທາງລົດໄຟ ແນໃສ່ເຮັດໃຫ້ການຂົນສົ່ງທາງລົດໄຟ ກາຍເປັນທາງເລືອກໃນການຂົນສົ່ງທີ່ມີປະສິດທິຜົນສູງໃນອະນາຄົດ ແລະ ເຊື່ອມເຂົ້າກັບການຂົນສົ່ງປະເພດອື່ນ ເພື່ອສ້າງລະບົບການຂົນສົ່ງຫຼາຍຮູບແບບຂອງອະນຸພາກພື້ນຢ່າງມີປະສິດທິຜົນສູງ ໄດ້ຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຄວາມຍາວ 409 km ມາຮອດວັນທີ 30/9/2020 ການກໍ່ສ້າງໂຄງລ່າງພື້ນຖານປະຕິ ບັດໄດ້ 92,22% ແລະ ວາງລາງລົດໄຟສໍາເລັດ 140 ກມ ຊຶ່ງຄາດຄະເນວ່າໂຄງການດັ່ງກ່າວຈະສໍາເລັດຕາມແຜນການ ໃນທ້າຍປີ 2021.
ດໍາເນີນການກໍ່ສ້າງທາງລົດໄຟເຊື່ອມຕໍ່ ລາວ-ໄທ ໄລຍະ II ແຕ່ສະຖານີທ່ານາແລ້ງ-ສະຖານີວຽງຈັນ (ບ້ານຄໍາສະຫວາດ) ມີຄວາມຍາວ 7,5 ກິໂລແມັດ ແລະ ໄດ້ສໍາເລັດເປີດການແລ່ນລົດໄຟຂົນສົ່ງ ສິນຄ້າລາວ-ໄທ; ໄດ້ສໍາເລັດການສ້າງບົດສຶກສາຄວາມເປັນໄປໄດ້ ໂຄງການທາງລົດໄຟແຕ່ນະຄອນຫຼວງວຽງຈັນ-ທ່າແຂກ-ຫ້ວງອ່າງ (ຫວຽດນາມ), ປັດຈຸບັນຢູ່ໃນຂັ້ນຕອນການກະກຽມສໍາຫຼວດ-ອອກແບບລະອຽດເພື່ອກ້າວໄປເຖິງການການກໍ່ສ້າງ ໄລຍະທາງທ່າແຂກ-ມຢ່າ (ຊາຍແດນ ລາວ-ຫວຽດນາມ) ໂດຍໄດ້ປະສານສົມທົບກັບອົງການ KOICA ສ. ເກົາຫຼີ ເພື່ອຊ່ວຍໃນການຕິດຕາມສໍາຫຼວດ-ອອກແບບ ແລະ ຈັດຝຶກອົບຮົມໃນການລົງທຶນຮູບແບບມີສ່ວນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ.
ໂດຍ: ບຸນທົງ | ນສພ ປະຊາຂົນ
© ໂຕະນໍ້າຊາ | tonamcha.com
___________
Post a Comment