Header Ads

ເປີດປະຫັວດ ກໍາມະລາ ແຮຣິສ ກ່ອນສູ່ການເປັນຮອງປະທານາທິບໍດີ ຍີງຄົນທໍາອິດຂອງ ສ. ອາເມລິກາ

ກໍາມະລາ ແຮຣິສ ເກີດທີ່ເມືອງ ໂອກແລນ ລັດແຄລິຟໍເນຍ ພໍ່ແມ່ທັງສອງປັນຄົນອົບພະຍົກມາຈາກປະເທດອິນເດຍ ແລ້ວຍົກຍ້າຍມາຕັ້ງຖິ່ນຖານ ແລະ ເຮັດວຽກທີ່ ສ. ອາເມລິກາ , ເຊິ່ງແມ່ເປັນນັກຊິວະວິທະຍາ ແລະ ນັກຄົ້ນຄວ້າ ສ່ວນພໍ່ເປັນຊາວຈາໄມກາ ມາສຶກສາຕໍ່ທີ່ມະຫາວິທະຍາໄລສະແຕນຟອດ ແລະ ໄດ້ຮັບປະລິນຍາເອກດ້ານເສດຖະສາດ ກ່ອນທີ່ພໍ່ກັບແມ່ ຈະຢ່າຮ້າງກັນຕອນທີ່ ກໍາມະລາ ແຮຣິສ ອາຍຸພຽງ 5 ປີ ແລະ ໄດ້ຮັບການລ້ຽງດູໂດຍແມ່ຜູ້ດຽວຈົນເຕີບໃຫຍ່.
ກໍາມະລາ ແຮຣິສ ຈົບການສຶກສາດ້ານກົດໝາຍ ຈາກມະຫາວິທະຍາໄລແຄລິຟໍເນຍ ແລະ ເລີ່ມເຮັດວຽກໃນສໍານັການໄອຍາການເຂດອາລາເມດາ ແລະ ໄດ້ກາຍເປັນທະນາຍຄວາມຂອງລັດຟຣານຊິສໂກໃນປີ 2003 ກ່ອນທີ່ຈະໄດ້ຮັບເລືອກເປັນຜູ້ຍີງຊາວຜີວສີຄົນທໍາອິດທີ່ກາຍເປັນທະນາຍຄວາມສູງສຸດຂອງລັດ ແຄລິຟໍເນຍ ທີ່ມີປະຊາກອນອາໄສ່ຢູ່ຢ່າງໜາແໜ້ນ ແລະ ຫຼາຍທີ່ສຸດໃນ ສ. ອາເມລິກາ ເຊິ່ງນັ້ນກໍເຮັດໃຫ້ ກໍາມະລາ ແຮຣິສ ເດີນສູ່ເສັ້ນທາງນັກການເມືອງຈາກເປັນທະນາຍຄວາມ.
ກໍາມະລາ ແຮຣິສ ຖືເປັນໜື່ງໃນບຸກຄົນທີ່ເປັນດາວຮຸ່ງໃນພັກເດໂມແຄດ ແລະ ຈຸດນີ້ເອງທີ່ຜັກດັນໃຫ້ ກໍາມະລາ ແຮຣິສ ລົງເລືອກຕັ້ງສະມາຊິກສະພາສູງຂອງສະຫະລັດ ຢູ່ລັດແຄລິຟໍເນຍໃນປີ 2017 ແລະ ແຮຣິສ ກໍກາຍເປັນຜູ້ຍິງຊາວຜີວສີຄົນທໍາອິດຈາກລັດແຄລິຟໍເນຍຂື້ນສູ່ຕໍາແໜ່ງສະພາສູງສຸດ.
ເສັ້ນທາງສູ່ທໍານຽບຂາວຂອງ ກໍາມະລາ ແຮຣິສ ແມ່ນບໍ່ທໍາມະດາ ເພາະກໍາມະລາ ແຮຣິສ ເອງແມ່ນມີຄວາມໂດດເດັ່ນທີ່ສຸດ ສືບເນື່ອງຈາກເປັນຜູ້ຍິງຊາວຜີວສີຄົນທໍາອິດໃນພັກເດໂມແຄດ ທີ່ລົງດີເບດ ເພື່ອຊີງການເປັນຕົວແທນພັກໃນການລົງສະໜາມເລືອກຕັ້ງປະທານາທິບໍດີ ສະຫະລັດອາເມລິກາ 2020 ແຕ່ກໍາມະລາ ແຮຣິສ ກໍຕັດສີນໃຈອອກຈາກການແຂ່ງຂັນໃນຖານະຜູ້ທ້າຊີງຈາກພັກເດໂມແຄດ (Democrat Party ) ກ່ອນທີ່ ໂຈ ໄບເດນ ຈະເລືອກໃຫ້ເປັນຄູ່ຊີງຕໍາແໜ່ງຮອງປະທານາທິບໍດີ ສູ່ກັບ ໂດໂທ ທຣໍາ ໃນວັນທີ 11 ສິງຫາ ຜ່ານມາ(ຊ່ວງກ່ອນການເລືອກຕັ້ງ US Election 2020 ທາງການ).
ຫຼ້າສຸດ ໃນວັນທີ 7/11/2020 ຜ່ານມາ,​ ໂຈ ໄບເດນສາມາດເອົາຊະນະ ໂດໂນ ທຣໍາ ດ້ວຍຄະແນນ 284-214 ພ້ອມການສ້າງປະຫວັດສາດມີຜູ່ລົງຄະແນນສຽງສະໜັບສະໜຸນຫຼາຍທີ່ສຸດໃນປະຫວັດສາດການເລືອກຕັ້ງ ສ.​ອາເມລິກາ ຫຼື ກວ່າ 120 ປີ ແລະ ນັ້ນກໍສົ່ງຜົນໃຫ້ ກໍາມະລາ ແຮຣິສ ກາຍເປັນຜູ້ຍິງຊາວຜີວສີຄົນທໍາອິດຂອງ ສ.​ອາເມລິກາ ທີ່ຂື້ນເປັນຮອງ ປະທານາທິບໍດີ ສະຫະລັດ ທີ່ມີເຊື້ອສາຍອາຊີນໍາອີກ , ເຊິ່ງນີ້ອາດເປັນຫົນທາງ ແລະ ປະຫວັດສາດໜ້າໃໝ່ຂອງຊາວອາເມລິກາໃນອະນາຄົດຈະອາດຈະມີປະທານາທິບໍດີ ເປັນຜູ້ຍິງຄົນທໍາອິດ.​
© ໂຕະນໍ້າຊາ | tonamcha.com
______
Powered by Blogger.