Header Ads

ປະກາດແຕ່ງຕັ້ງ ທ່ານ ພົງໄຊສັກ ອິນຖາລາດ ແລະ ທ່ານ ລີປາວ ຢ່າງ ຂຶ້ນເປັນ​ຮອງລັດຖະມົນຕີ​ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ




ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ)​ ໄດ້ຈັດພິທີປະກາດແຕ່ງຕັ້ງ​ຮອງລັດຖະມົນຕີກະຊວງ ຮສສ​ ຂຶ້ນ​ວັນທີ​ 13 ກໍລະກົດນີ້ ທີ່​ເຮືອນ​ຮັບແຂກ​ກະຊວງ​ດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍນາງໃບຄຳ ຂັດທິຍະ ກຳມະການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງ ຮສສ ມີບັນດາຄະນະບໍລິຫານງານພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ພະນັກງານນຳພາ-ຄຸ້ມຄອງຫຼັກແຫຼ່ງເຂົ້າຮ່ວມ. 


ໃນພິທີ ທ່ານ ສີອຳພອນ ຈັນລາຕີ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ແລະ ດຳລັດຂອງນາຍົກລັດຖະມົນ ຄື: ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກສະບັບເລກທີ 131/ຄລສພ, ລົງວັນ 21 ມິຖຸນາ 2021 ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງທ່ານ ປະເດີມພອນສົນທະນີ ເປັນຮອງເລຂາຄະນະບໍລິຫານງານພັກ, ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 132/ຄລພສ, ລົງວັນທີ 21 ມິຖຸນາ 2021 ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງ ທ່ານ ລີປາວ ຢ່າງ ເປັນກຳມະການປະຈຳພັກກະຊວງ ແລະ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 133/ຄລພສ, ລົງວັນທີ 21 ມິຖຸນາ 2021 ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງທ່ານ ສີສະຫວາດ ກົມພົນ ເປັນກຳມະການຄະນະພັກ ແລະ ຕາງໜ້າຄະນະຈັດຕັ້ງສູນກາງພັກຍັງໄດ້ຜ່ານດຳລັດນາຍົກລັດຖະມົນຕີ ສະບັບເລກທີ 433/ນຍ,ລົງວັນທີ 21ມິຖຸນາ 2021 ວ່າດ້ວຍການແຕ່ງຕັ້ງ ທ່ານ ພົງໄຊ ສັກອິນຖາລາດ ເປັນຮອງລັດຖະມົນຕີ ແລະ​ ດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 434,​ ລົງວັນທີ​ 21 ມິຖຸນາ  2021​ ວ່າດ້ວຍການແຕ່ງຕັ້ງທ່ານ ລີປາວ ຢ່າງ ເປັນຮອງລັດຖະມົນຕີ.


ໃນພິທີ, ສະຫາຍນາງ ໃບຄຳ​ ຂັດທິຍະ ໄດ້ໃຫ້ກຽດໂອ້ລົມ, ຕີລາຄາສູງ ແລະ ຊີ້ນຳຕໍ່ຜູ້ໄດ້ຮັບການແຕ່ງຕັ້ງໃໝ່ພ້ອມສະແດງຄວາມຊົມເຊີຍທີ່ຈະເປັນກຳລັງແຮງໃນການນຳພາວຽກງານຂອງກະຊວງ ແລະ ເປັນແບບຢ່າງນຳໜ້າເສຍສະຫຼະເພື່ອສ່ວນລວມ, ສ້າງຄວາມສາມັກຄີ, ເປັນເອກະພາບ, ເດັດດ່ຽວສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ແລະ ເຊີດຊູຄວາມເປັນແບບຢ່າງໃນການຊີ້ນຳ-ນຳພາ ແລະ ປະຕິບັດໜ້າທີ່ວຽກງານໃນຂະແໜງການ ຮສສ ຢ່າງມີປະສິດທິພາບ.


ຂ່າວ: ວັນເພັງ   ພາບ: ພູວັນ

Via ນສພ ປະຊາຊົນ 


© ໂຕະນໍ້າຊາ | tonamcha.com 
 ____
Powered by Blogger.