Header Ads

ລະເບີດກາງງານຄອນເສີດຕາຍ 19 ບາດເຈັບ 59 ທີ່ອັງກິດ ນາຍົກຮຽກປະຊຸມຄວາມໝັ້ນຄົງສຸກເສີກ




ສຳນັກຂ່າວຕ່າງປະເທດລາຍງານ 23 ພຶດສະພາ 2017 ວ່າ: ທ່ານນາງ ເທເຣຊາ ເມ ນາຍົກລັດຖະມົນຕີອັງກິດຮຽກປະຊຸມສຸກເສີນເຈົ້າໜ້າທີ່ລະດັບສູງຂອງໜ່ວຍງານດ້ານຄວາມໝັ້ນຄົງທຸກແຫ່ງ ທີ່ນຳທຽມນາຍົກລັດຖະມົນຕີ ເພື່ອປຶກສາຫາລືກ່ຽວກັບເຫດລະເບີດທີ່ແມນເຊສເຕີ ອາຣີນາ ເຊິ່ງເປັນສະຖານທີ່ຈັດສະແດງຄອນເສີດຂອງອາເຣຍນາ ແກຣນເດ ສິລະປິນສາວຊື່ດັ່ງຂອງອາເມຣິກາ ເມື່ອຄ່ຳຄືນວັນຈັນທີ່ຜ່ານມາ ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 19 ຄົນ ແລະ ໄດ້ຮັບບາດເຈັບ 59 ຄົນ.


ໂດຍຄຳຖະແຫຼງຂອງສຳນັກງານຕຳຫຼວດເຂດເກຣດເທີ ແມນເຊສເຕີ ຢືນຢັນການເກີດເຫດລະເບີດ 1 ຄັ້ງເມື່ອເວລາ 22:33 ນາທີ ຕາມເວລາທ້ອງຖິ່ນ ໃນແມນເຊສເຕີ ອາຣີນາ ພາຍຫຼັງສຳເລັດການສະແດງຄອນເສີດຂອງອາເຣຍນາ ແກຣນເດ ໂດຍແມ່ນເຊສເຕີ ອາຣີນາ ຖືເປັນເວທີການສະແດງໃນຮົ່ມຂະໜາດໃຫຍ່ທີ່ສຸດໃນເອີຣົບ ເປັນໃຊ້ງານເມື່ອປີ 1995 ແລະ ສາມດບັນຈຸຜູ້ຊົມໄດ້ປະມານ 21,000 ຄົນ ຫຼັງເກີດເຫດເຈົ້າໜ້າທີ່ໄດ້ເປີດໝາຍເລກໂທສະລັບສຸກເສີນ ເພື່ອໃຫ້ຄວາມຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບ ແລະ ເພື່ອຮັບແຈ້ງເບາະແສເພີ່ມເຕີມຈາກປະຊາຊົນ.



DVO: ab news/YG  | ເນື້ອໃນຂ່າວ : ອິດສະຫຼະ 
© ໂຕະນໍ້າຊາ | tonamcha.com 

---------------



Powered by Blogger.