Header Ads

ູເລື່ອງອຸທາຫອນໃຫ້ແກ່ສັງຄົມ ກັບໂຈນໃຈບາດມາໃນຮູບແບບລູກຄ້າ




ເຫດເກີດທີ່ບ້ານຈັດສັນ ຫຼັກ 7 ເມືອງປາກເຊ ແຂວງຈຳປາສັກ (ຕໍ່ໜ້າໂຮງຮຽນ ມໍ ຈໍ ທີ່ຮ້ານຂາຍເຄື່ອງຍ່ອຍ ຢູ່ປໍ້ານໍ້າມັນພອນມາຄຳ ອ້ວນສົມບັດ ) ມື້ວັນທີ 22/5/2017 ເວລາ 18:41:35 ໄດ້ມີຊາຍ ສອງຄົນ ໄດ້ຂີ່ລົດ ເວບ100 ສີແດງດຳ ແວ່ນມົນສີແດງ ”ແວນແບບລົດສະກຸບປີ້” ບໍມີປ້າຍ ຜູ້ຊາຍຄົນ1ສັກລາຍຢູ່ແຂນເບື້ອງຊາຍ ຂ້ອຍຄາດວ່າເປັນລາຍມັງກອນ ໄດ້ເຂົ້າມາທຳທ່າຖາມຊື້ໄຂ່ ນຳແມ່ຂ້ອຍ ຖາມນັ້ນຖາມນິ້ ວ່າໄຂ່ນີ້ຫວນບໍ ໄຂ່ໃຫຍ່ໂພດນ້ອຍໂພດ ແລ້ວສວຍໂອກາດໂອກາດລັກເງິນ ຈຳນວນສອງລ້ານຫ້າສິບພັນກີບ ໄປຈາກຮ້ານແບບໃຈເຢັນໆງ່າຍໆ ໂດຍທີ່ແມ່ຂ້ອຍຮູ້ເມື່ອຕອນທີ່ຢ່າງໄປທອນເງິນໃຫ້ແຕ່ບໍກ້າຮ້ອງບອກໃຜເພາະຢູ່ຄົນດຽວເພາະຢ້ານວ່າ#ໂຈນໃຈເຢັນມັນຈະລົງທຳຮ້າຍຕົນເອງ ຂ້ອຍຍັງເສຍໃຈທີ່ຕົນເອງບໍໄດ້ກັບເຮືອນໃນມື້ນັ້ນ ແລະພວມມາຮູ້ໃນຕອນສວຍຂອງມື້ວານ ບໍມີໃຜຍອມບອກໃຫ້ຂ້ອຍຮູ້ເລີຍ ເພາະຄາປະຈຳການ ອີຕົນຄວາມຮູ້ສຶກຂອງແມ່ຂ້ອຍ ແລະຂ້ອຍເຮັດວຽກຊ່ວຍເຫຼືອສັງຄົມມາຕະຫຼອດ ບໍຄິດເລີຍວ່າເລື້ອງແບບນີ້ຈະເກີດກັບຄອບຄົວຂອງຂ້ອຍ ກະຢາກຈະຂໍວອນພໍ່ແມ່ພີ່ນ້ອງປະຊາຊົນ ຊາວເມືອງປາກເຊ ແຂວງຈຳປາສັກ ຊ່ວຍເປັນຫູເປັນຕາແລະເປັນຄະຕິເຕືອນໃຈຕໍ່ກົນອຸບາຍຍຸດທະວິທີການລັກຂອງພວກມັນ ແລະ ໃຜສາມາດໃຫ້ເບາະແສຫຼືຈັບສອງຄົນພວກມັນໄດ້ເຮົາຈະສົມມະນາຄຸນຢ່າງງາມ ຕິດຕໍ່ທີເບີ 02099277703 0305934455 ດີທີວ່າມັນບໍໄດ້ທຳຮ້າຍແມ່ຂ້ອຍ ເຮືອນທະຫານແທ້ໆມັນຍັງກ້າເຮັດ.

ຄລີບທີ (1)

 

ຄລີບທີ (2)  ຕອນຈັບເອົາເງິນ



ທີ່ມາBounphisith Ouansombath
© ໂຕະນໍ້າຊາ | tonamcha.com  
-----------------





Powered by Blogger.