Header Ads

ທະນາຄານໂລກ ອະນຸມັດເກືອບ 40 ລ້ານໂດລາ ສະໜັບສະໜູນແຜນງານສີຂຽວຂອງລາວ



ສປປ ລາວ ຮັບຮອງເອົາການປະຕິຮູບດ້ານນະໂຍບາຍອັນສຳຄັນ ເພື່ອໃຫ້ການເຕີບໂຕທາງດ້ານເສດຖະກິດທີ່ເຂັ້ມແຂງ ນຳຜົນປະໂຫຍດສູ່ປະຊາຊົນຫຼາຍກວ່າເກົ່າ ໂດຍສະເພາະປະຊາຊົນຜູ້ທຸກຍາກ ແລະ ດ້ອຍໂອກາດ ໄປຄຽງຄູ່ກັບການປົກປ້ອງສິ່ງແວດລ້ອມ ໂດຍໄດ້ຮັບການສະໜັບສະໜູນຈາກທະນາຄານໂລກໃນຮູບແບບສິນເຊື່ອ ໃນມູນຄ່າ 38.6 ລ້ານໂດລາສະຫະລັດ ທີ່ສະພາບໍລິຫານຂອງທະນາຄານໂລກ ໄດ້ອະນຸມັດທີ່ນະຄອນຫຼວງວໍຊິງຕັນ ດີຊີ ປະເທດອາເມຣິກາ.

ການປະຕິບັດນະໂຍບາຍການເຕີບໂຕສີຂຽວ ຂອງ ສປປ ລາວ ຄັ້ງທຳອິດນີ້ມີເປົ້າໝາຍແນໃສ່ສ້າງພື້ນຖານ ສຳລັບການວາງແຜນການເຕີບໂຕສີຂຽວ ແລະ ການພັດທະນາການປົກປ້ອງສິ່ງແວດລ້ອມ ແລະ ການປັບຕົວກັບສະພາບການປ່ຽນແປງຂອງດິນຟ້າອາກາດ ຢູ່ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ.



ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແຫ່ງ ສປປ ລາວ ກ່າວວ່າ: “ ການເຕີບໂຕສີຂຽວ ແມ່ນການພັດທະນາທີ່ສະອາດກວ່າ, ເປັນການນຳໃຊ້ຊັບພະຍາກອນທີ່ມີປະສິດທິຜົນສູງກວ່າ ແລະ ຮັບມືກັບຄວາມສ່ຽງ ມີ 3 ຂົງເຂດບຸລິມະສິດຄື: ຫຼຸດຜ່ອນຄວາມສ່ຽງຕໍ່ການຄຸ້ມຄອງເສດຖະກິດທີ່ບໍ່ຮັດກຸມ, ການເຊື່ອມໂຍງບັນດາຫຼັກການໆເຕີບໂຕສີຂຽວ, ການປົກປ້ອງສິ່ງແວດລ້ອມ ແລະ ການປັບຕົວເຂົ້າໃນການວາງແຜນການພັດທະນາ ແລະ ການສົ່ງເສີມບັນດາຂໍ້ລິເລີມທີ່ເນັ້ນໃສ່ຂົງເຂດສະເພາະ ເຊັ່ນ: ການຄຸ້ມຄອງຊັບພະຍາກອນນໍ້າ, ການນຳໃຊ້ປ່າໄມ້ ແລະ ບັນຫາມົນລະພິດ ເພື່ອແກ້ໄຂບັນຫາຄວາມສ່ຽງຕໍ່ເສດຖະກິດ, ການປະຕິບັດນະໂຍບາຍດັ່ງກ່າວມີເປົ້າໝາຍແນໃສ່ສ້າງ ຄວາມເຂັ້ມແຂງໃຫ້ແກ່ຂະແໜງການເງິນໃຫ້ມີສະຖຽນລະພາບ ແລະ ຍືນຍົງ; ບາງເປົ້າໝາຍຂອງໂຄງການກວມເອົາການສ້າງລະບົບການຄຸ້ມຄອງປ່າສະຫງວນ ແລະ ການຢຸດຕິການນຳໃຊ້ທາດເຄມີ ແລະ ຢາປາບສັດຕູພືດທີ່ເປັນໄພອັນຕະລາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການຄວບຄຸມການຕັດໄມ້ຜິດກົດໝາຍ.



ຫົວໜ້າຫ້ອງການທະນາຄານໂລກ ປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກ່າວວ່າ: “ ທະນາຄານໂລກ ມີຄວາມຍິນດີເປັນຄູ່ຮ່ວມ ຂອງ ສປປ ລາວ ໃນການຫັນສູ່ການເຕີບໂຕສີຂຽວ. ການເຕີບໂຕສີຂຽວ ສາມາດສ້າງກາລະໂອກາດໃຫ້ປະຊາຊົນລາວມີວຽກເຮັດງານທຳໃນຂົງເຂດອຸດສາຫະກຳໃໝ່ໆທີ່ອີງໃສ່ຄຸນນະພາບທາງດ້ານສິ່ງແວດລ້ອມ ເຊັ່ນ: ການທ່ອງທ່ຽວແບບອະນຸລັກ ຫຼື ການສ້າງຜະລິດຕະພັນກະສິກຳສີຂຽວ. ການພັດທະນາສີຂຽວຍັງສາມາດຊ່ວຍຫຼຸດຜ່ອນການປະເຊີນກັບບັນຫາມົນລະພິດທາງອາກາດ ແລະ ທາງນໍ້າ ອັນສົ່ງຜົນປະໂຫຍດຕໍ່ສຸຂະພາບຂອງຜູ້ໃຫຍ່ກໍ່ຄືຂອງເດັກນ້ອຍ.

ຂໍ້ລິເລີ່ມກ່ຽວກັບການເຕີບໂຕສີຂຽວເປັນສ່ວນໜຶ່ງຂອງກອບການຮ່ວມມືຂອງທະນາຄານໂລກອັນໃໝ່ ກັບ ສປປ ລາວ. ກອບການຮ່ວມມື ສຳລັບປີ 2017 – 2021 ນີ້ ໄດ້ກຳນົດວິທີການສືບຕໍ່ເປັນຄູ່ຮ່ວມທີ່ລວມເອົາບຸລິມະສິດອັນສຳຄັນໃນການປົກປ້ອງສິ່ງແວດລ້ອມຜ່ານການຄຸ້ມຄອງຊັບພະຍາກອນທຳມະຊາດໃຫ້ມີ ຄວາມຍືນຍົງຫຼາຍກວ່າເກົ່າ ແລະ ພັດທະນາຄວາມສາມາດປັບຕົວກັບຄວາມສ່ຽງຈາກໄພທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດໃຫ້ດີກວ່າເກົ່າ. 


ທີ່ມາ: ເສດຖະກິດ-ການຄ້າ 
© ໂຕະນໍ້າຊາ | tonamcha.com
___________


Powered by Blogger.