Header Ads

ລັດຖະບານກໍານົດນະໂຍບາຍ ລັດຖະກອນໃໝ່ ໃຫ້ມີຄວາມຫັດກຸມ ແລະ ປະສິດທິພາບ



ອີງຕາມການລາຍງານຂ່າວຂອງ ຫນັງສືພິມວຽງຈັນໃຫ່ມ ວ່າ:  ກອງ​ປະຊຸມ​ລັດຖະບານ​ສະໄໝສາມັນ​ ປະຈຳ​ເດືອນ​ສິງຫາ ຈັດຂຶ້ນ​ວັນ​ທີ 24-25 ສິງຫາ 2017 ຜ່ານມານີ້ ທີ່​ສຳນັກງານ ​ສນຍ ເປັນ​ປະທານຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກ​ລັດຖະມົນຕີ ມີ​ບັນດາ​ຮອງ​ນາຍົກ​ລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມ​ດ້ວຍ​ແຂກ​ຖືກເຊີນ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ໄດ້​ຮັບ​ຟັງ​ການລາຍ​ງານ ​ສະພາບ​ການ​ທີ່​ພົ້ນ​ເດັ່ນ​ຢູ່​ພາຍ​ໃນ ແລະ ຕ່າງປະເທດ ສະພາບ​ຜົນ​ກະທົບ​ເສຍ​ຫາຍ​ຈາກ​ໄພນ້ຳ​ຖ້ວມ​ ຈາກ​ບັນດາ​ກະຊວງ​ທີ່ກ່ຽວຂ້ອງ ແລະ ໄດ້​ສຸມ​ໃສ່​ປະກອບ​ຄຳ​ຄິດ​ຄຳ​ເຫັນ ແລະ ຮັບຮອງ​ເອົາ​ດ້ານ​ຫຼັກການ​ຮ່າງ​ດຳລັດ ວ່າ​ດ້ວຍ​ວັນ​ພັກ​ຮ່າງ​ດຳລັດ ວ່າ​ດ້ວຍ​ມາດຕະຖານ​ພົ້ນ​ທຸກ ແລະ ມາດຕະຖານ​ພັດທະນາ ແລະ ຮ່າງ​ດຳລັດ​ວ່າ​ດ້ວຍ​ເງິນເບ້ຍລ້ຽງ​ສຳລັບ​ນັກຮຽນ​ຜູ້​ທຸກຍາກ ແລະ ດ້ອຍ​ໂອກາດໃນສາຍ​ສາມັນ​ສຶກ​ສາ ໃນ​ນັ້ນ ກອງປະຊຸມ​ໄດ້​ມີ​ຄຳ​ເຫັນ​ຊີ້​ນຳ​ໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງ ​ນຳ​ເອົາ​ຮ່າງ​ດຳລັດ​ດັ່ງກ່າວ​ໄປ​ປັບປຸງ​ຕາມ​ການປະກອບ​ຄຳ​ເຫັນ​ຂອງ​ສະມາຊິກລັດຖະບານ ພ້ອມ​ທັງ​ສົມທົບ​ກັບຂະແໜງການ​ກ່ຽວຂ້ອງ​ກັບ​ການສ້າງ​ນິຕິ​ກຳ ເພື່ອ​ສືບຕໍ່​ຄົ້ນຄວ້າເບິ່ງ​ຄວາມ​ເໜາະ​ສົມ​ຕື່ມ.

ຕໍ່​ກັບ​ການ​ນຳ​ໃຊ້​ສູນ​ດາ​ຕາເຊັນ​ເຕີ (Data Center) ເຂົ້າໃນ​ການ​ຫັນ​ເປັນ​ທັນ​ສະໄໝ ເພື່ອພັດທະນາ​ເສດຖະກິດ-ສັງຄົມ ກອງ​ປະຊຸມ​ໄດ້​ຊີ້​ນຳ​ໃຫ້​ບັນດາ​ຂະແໜງ​ການ​ຕ່າງໆ ​ປະສານ​ສົມທົບ​ກັບ​ກະຊວງ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ ເພື່ອ​ນຳ​ໃຊ້ສູນ​ໃຫ້​ມີ​ປະ​ສິດທິ​ຜົນ​ສູງ​ຂຶ້ນ ສາມາດ​ຮັບປະກັນ ແລະ ຮັກສາ​ຂໍ້ມູນ​ຂ່າວສານ​ໄດ້ ທັງ​ນີ້ ເພື່ອ​ເຮັດໃຫ້​ສູນ​ດັ່ງກ່າວ​ຖືກ​ນຳ​ໃຊ້ ແລະ ເກີດ​ຜົນ​ປະໂຫຍດສູງ​ສຸດ ພາຍຫຼັງ​ບັນດາຂະແໜງການ​ຕ່າງໆ​ນຳ​ໃຊ້​ສູນດັ່ງກ່າວແລ້ວ ​ໃຫ້​ຂະແໜງການກ່ຽວຂ້ອງ​ລາຍ​ງານ​ຜົນ​ການ​ນຳໃຊ້​ໃຫ້​ລັດຖະບານ​ຊາບ​ຕື່ມ​ອີກ.

ສຳລັບ​ບົດ​ລາຍ​ງານ​ກ່ຽວ​ກັບການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຄຸ້ມຄອງ​ລັດຖະກອນ ປະຈຳ​ປີ 2017 ແລະ ແຜນ​ຄວາມ​ຕ້ອງການ​ລັດຖະ​ກອນ​ໃໝ່ ປີ 2018 ຜ່ານ​ການຮັບ​ຟັງ​ການ​ລາຍ​ງານ​ຈາກ​ຂະແໜງ​ການ​ທີ່​ກ່ຽວຂ້ອງ ປີ 2017 ທົ່ວ​ປະເທດ​ມີ​ພະນັກງານ-ລັດ​ຖະກອນ​ທັງ​ໝົດ 183.680 ຄົນ ຍິງ 84.268 ຄົນ (ຂັ້ນ​ສູນ​ກາງ​ມີ 26.727 ຄົນ ຍິງ 11.546 ຄົນ ຂັ້ນ​ແຂວງ​ມີ 36.170 ຄົນ ຍິງ 15.109 ຄົນ ແລະ ຂັ້ນ​ເມືອງ​ມີ 120.783 ຄົນ ຍິງ 57.613 ຄົນ) ທຽບໃສ່​ພົນລະເມືອງ​ເທົ່າ​ກັບ 2,8% ທຽບໃສ່​ບັນດາ​ໃນ​ປະເທດອາ​ຊຽນ​ຢູ່​ອັນ​ດັບ​ທີ 3 ກອງ​ປະຊຸມໄດ້​ຕົກລົງ​ເປັນ​ເອກະ​ພາບ​ກັນ​ວ່າ: ເຫັນ​ດີ​ອະນຸມັດ​ຕົວ​ເລກ​ລັດ​ຖະກອນ​ໃໝ່ ປະຈຳ​ປີ 2018 ເພື່ອ​ທົດແທນ​ພະນັກງານ-ລັດຖະກອນ​ທີ່ໄດ້​ອອກ​ທຸກ​ຮູບ​ການ​ເທົ່າ​ນັ້ນ ສ່ວນ​ຕົວ​ເລກ​ລາຍ​ລະອຽດ​ແມ່ນຈະ​ໄດ້​ມີ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ອະນຸ​ມັດ​ຕົວ​ເລກ​ລັດຖະກອນ ປີ 2018 ສະເພາະ​ໃນ​ນັ້ນ​ໃຫ້​ທຸກພາກສ່ວນ​ຢູ່​ສູນ​ກາງ ແລະ ທ້ອງຖິ່ນ​ກວດກາ​ຄືນ​ບັນດາ​ຕຳແໜ່ງງານ​ອັນ​ໃດ​ທີ່​ຈຳເປັນ ແລະ ອັນໃດ​ທີ່​ບໍ່​ຈຳເປັນ ເພື່ອ​ເຮັດ​ໃຫ້​ພະນັກ​ງານ​ຜູ້​ໜຶ່ງ​ສາມາດ​ເຮັດ​ວຽກໄດ້​ຫຼາຍ​ຕຳແໜ່ງ​ງານ ສິ່ງ​ສຳຄັນ ກົງຈັກ​ການຈັດຕັ້ງ​ແຕ່​ສູນ​ກາງລົງ​ຫາ​ທ້ອງຖິ່ນ​ບໍ່​ໄດ້​ຂະຫຍາຍເພີ່ມ ຄຽງ​ຄູ່​ກັບ​ການ​ເພີ່ມ​ມາດຕະ​ຖານ​ພະນັກງານ-ລັດຖະກອນ ເພື່ອ​ຮັບປະກັນ​ໃຫ້​ມີ​ຄຸນະພາບ ມີຄວາມ​ຮັບ​ຜິດ​ຮັບ​ຊອບ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານຂອງ​ຕົນ.


ພາບ-ຂ່າວ: ຫນັງສືພິມວຽງຈັນໃຫ່ມ
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.