Header Ads

ສອງຮອງນາຍົກລັດຖະມົນຕີ ລາວ - ຈີນ ພົບປະຢ່າງເປັນທາງການ


ໃນໂອກາດເຂົ້າຮ່ວມ ງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 14 ຢູ່ທີ່ນະຄອນໜານນິງ, ແຂວງກວາງຊີ, ສປ ຈີນ ຕອນຄໍ່າຂອງວັນທີ 11 ກັນຍາ 2017 ທີ່ສູນປະຊຸມສາກົນລີສອດລີ້ຢວນ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະຢ່າງເປັນທາງການ ກັບທ່ານ ຈ່າງ ກ່າວລີ້ ຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ.

ໃນໂອກາດພົບປະ, ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບ ຄະນະຂອງທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງນີ້ ສະແດງໃຫ້ເຫັນເຖິງສາຍພົວພັນການຮ່ວມມື ຂອງສອງປະເທດນັບມື້ ນັບກ້າວເຂົ້າສູ່ທັງລວງກວ້າງ ແລະ ລວງເລິກ. 


​​​​​​ໃນພິທີພົບປະຄັ້ງນີ້, ທັງສອງຝ່າຍຕີລາຄາສູງຕໍ່ສາຍພົວພັນການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ທີ່ມີມາດົນນານແລ້ວ ໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ມີໝາກຜົນຕົວຈິງນັບມື້ນັບຫຼາຍຂຶ້ນ, ພິເສດການໄປມາຫາສູ່ຂອງການນໍາຂັ້ນສູງ ຂອງສອງປະເທດນັບມື້ນັບຫຼາຍ ໂດຍສະເພາະ ໃນທ້າຍປີ 2017 ນີ້ ທ່ານ ສີຈິນຜິງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ກໍ່ຈະໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ສັນຖະວະໄມຕີ ສປປ ລາວ ຕາມການເຊື້ອເຊີນຂອງທ່ານ ບຸນຍັງ ວໍລະຈິດ ເລຂາ ທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ. ການພົວພັນຮ່ວມມືດ້ານ ເສດຖະກິດ, ການຄ້າ, ການລົງທຶນ, ສາທາລະນະສຸກ, ການສຶກສາ ແລະ ດ້ານອື່ນໆ ລ້ວນແຕ່ໄດ້ຮັບການຂະຫຍາຍເປັນຢ່າງດີ. ດ້ານການທ່ອງທ່ຽວ ກໍ່ເພີ່ມຂຶ້ນທຸກໆປີ ເຊິ່ງໄດ້ມີການໄປມາຫາສູ່ກັນຫຼາຍຂຶ້ນກວ່າເກົ່າ. ນອກຈາກນີ້, ທັງສອງຝ່າຍຍັງໄດ້ປຶກສາຫາລື ກັນກ່ຽວກັບບັນຫາອື່ນໆ ທີ່ຕ່າງຝ່າຍຕ່າງໃຫ້ຄວາມສົນໃຈ. ໃນຕໍ່ໜ້າ ທັງສອງຝ່າຍຍັງຢືນຢັນຮ່ວມກັນວ່າ ຈະສືບຕໍ່ພ້ອມກັນປະຕິບັດ ບັນດາເນື້ອໃນ ທີ່ການນໍາຂັ້ນສູງຂອງສອງປະເທດໄດ້ຕົກລົງ ເພື່ອຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທໍາ ແລະ ສໍາເລັດຕາມແຜນການ; ສືບຕໍ່ແລກປ່ຽນຄໍາຄິດ ຄໍາເຫັນ, ຂໍ້ມູນຂ່າວສານ ແລະ ປະສານສົມທົບກັນຢ່າງໃກ້ສິດ ລວມທັງ ການສືບຕໍ່ການຮ່ວມມືທາງດ້ານ ພະລັງງານ ແລະ ກະສິກໍາ ຢູ່ບັນດາແຂວງ ຂອງ ສປປ ລາວ ທີ່ມີທ່າແຮງບົ່ມຊ້ອນ ຕື່ມອີກ. 

​​​​​​ໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ໄດ້ຕາງໜ້າໃຫ້ແກ່ພັກ, ລັດຖະບານ ແລະ ປະຊາຊົນລາວ ຂໍສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງລັດຖະບານຈີນ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ ໃຫ້ແກ່ລັດຖະບານລາວ ໃນການພັດທະນາພື້ນຖານໂຄງລ່າງ, ຊັບພະຍາກອນມະນຸດ ແລະ ວຽກງານດ້ານອື່ນໆ ໃນໄລຍະຜ່ານມາ ແລະ ຖືໂອກາດນີ້, ທ່ານ ສອນໄຊ ສີພັນດອນ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ທ່ານ ຈ່າງ ກ່າວລີ້ ທີ່ໄດ້ຕ້ອນຮັບຄະນະໃນຄັ້ງນີ້ຢ່າງອົບອຸ່ນ ພ້ອມທັງ ຕີລາຄາສູງຕໍ່ການເປັນເຈົ້າພາບ ຈັດງານວາງສະແດງດັ່ງກ່າວນີ້ ໃນທຸກປີ ແລະ ເຫັນວ່າເປັນໂອກາດອັນດີ ໃນການຊຸກຍູ້ສົ່ງເສີມພົວພັນຮ່ວມມື ລະຫວ່າງ ອາຊຽນ-ຈີນ ໂດຍສະເພາະວຽກງານສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ວຽກງານອື່ນໆ. 

​​​​​​​ໃນຕອນທ້າຍ ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ກໍ່ໄດ້ອວຍພອນໃຫ້ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈົ່ງປະສົບຜົນສໍາເລັດ ໃນການມາເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງນີ້ ພ້ອມທັງ ເດີນທາງກັບ ສປປ ລາວ ດ້ວຍຄວາມສະຫວັດດີພາບ. ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ໄດ້ເຊື້ອເຊີນທ່ານ ຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ເດີນທາງມາຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ.​

ແຫລ່ງ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ  
© ໂຕະນໍ້າຊາ | tonamcha.com    

___________

Powered by Blogger.