Header Ads

ພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານ ອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ




ໃນຕອນເຊົ້າຂອງວັນທີ 21 ມິຖຸນາ 2018, ທີ່ ສະໜາມບິນສາກົນປາກເຊ, ນະຄອນປາກເຊ ໄດ້ຈັດພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ເສຍຊິີວິດໃນປາງສົງຄາມຢູ່ລາວ ຈາກຜົນຂອງການປະຕິບັດງານຮ່ວມ ລາວ-ອາເມລິກາ ໃນວຽກງານສຳຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາ ໃນປາງສົງຄາມຢູ່ລາວ (MIA), ຄັ້ງທີ 04 ປະຈໍາສົກປີ 2017-2018, ຢູ່ ເມືອງບົວລະພາ, ແຂວງຄຳມ່ວນ.



ເປັນກຽດເຂົ້າຮ່ວມໃນພິທີມອບ-ຮັບ ໃນຄັ້ງນີ້, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຊີ້ນຳວຽກງານ MIA, ເປັນຜູ້ກ່າວມອບ ແລະ ຕາງໜ້າໃຫ້ແກ່ລັດຖະບານ ສະຫະລັດ ອາເມລິກາ ແມ່ນທ່ານ ນາງ Rena Bitter, ເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ, ເປັນຜູ້ກ່າວຮັບ. ໃນພິທີດັ່ງກ່າວ ຍັງມີເຈົ້າໜ້າທີ່ຂັ້ນສູງຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ພ້ອມດ້ວຍເຈົ້າໜ້າທີ່ໆກ່ຽວຂ້ອງຂອງແຂວງ ແລະ ຄະນະວິຊາການ ລາວ-ອາເມລິກາ ທີ່ປະຕິບັດວຽກງານຕົວຈິງໃນພາກສະໜາມຈໍານວນໝຶ່ງເຂົ້າຮ່ວມນໍາ.

ໂດຍສືບຕໍ່ປະຕິບັດນະໂຍບາຍດ້ານມະນຸດສະທຳອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມີຕໍ່ຄອບຄົວກໍ່ຄືຍາດພີ່ນ້ອງຂອງຜູ້ຫາຍສາບສູນໃນປາງສົງຄາມຢູ່ລາວ ແລະ ອີງຕາມການຮ້ອງຂໍຂອງລັດຖະບານອາເມລິກາໃນການແກ້ໄຂບັນຫາດັ່ງກ່າວ, ໃນໄລຍະຜ່ານມາຈົນເຖິງປັດຈຸບັນການຮ່ວມມືສອງຝ່າຍ ລາວ-ອາເມລິກາ ໃນວຽກງານສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ສາມາດຄົ້ນພົບສິ່ງເສດເຫຼືອທະຫານອາເມລິກາ ທີ່ເສຍຊີວິດຢູ່ລາວໄດ້ແລ້ວຈຳນວນ 282 ຄົນ ແລະ ຍັງເຫຼືອອີກຈຳນວນ 291 ຄົນ ຈາກຈຳນວນທັງໝົດ 573 ຄົນຊຶ່ງຈະໄດ້ຮ່ວມມືກັນສືບຕໍ່ສໍາຫຼວດ ແລະ ຄົ້ນຫາໃນການປະຕິບັດງານຄັ້ງຕໍ່ໄປ.

ເວົ້າລວມແລ້ວຕະຫຼອດໄລຍະ 30 ກວ່າປີແຫ່ງການຮ່ວມມື ສອງຝ່າຍ ລາວ-ອາເມລິກາ ໃນວຽກງານຊອກຫາຄົນອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ແມ່ນໄດ້ຮັບຜົນສຳເລັດອັນດີເປັນກ້າວໆມາ ກໍ່ຍ້ອນການຮ່ວມມືຢ່າງຈິງໃຈຂອງລັດຖະບານ ກໍຄື ເຈົ້າໜ້າທີ່ຂອງລາວທຸກໆຂັ້ນແຕ່ສູນກາງຈົນຮອດທ້ອງຖິ່ນ, ລວມທັງປະຊາຊົນບັນດາ ເຜົ່າຢູ່ທ້ອງຖິ່ນຕ່າງໆ.


ພາບ ແລະ ຂ່າວ: ກະຊວງການຕ່າງປະເທດ
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.