Header Ads

ນາທີຊີວິດ ໜ່ວຍກູ້ໄພ ເຂົ້າຊ່ວຍເຫຼືອແມ່ມານເກີດລູກຢູ່ເຮືອນ ນຳສົ່ງໂຮງໝໍຢ່າງປອດໄພ



ນະຄອນຫລວງວຽງຈັນ : ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ວ່າ: ໃນວັນທີ 21 ມິຖຸນາ 2018 ເວລາ 01:26 ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດວ່າ ມີຄົນເກີດລູກຢູ່ເຮືອນ ບ້ານ ຫນອງສ້າງທໍ່ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ.







ພໍຫນ່ວຍກູ້ໄພມູນນິທິອອກກວດສອບພົບ ແມ່ ອາຍຸ34ປີ  ໂດຍອາການເບື້ອງຕົ້ນ ແມ່ນ ແຂງແຮງດີ ເກີດລູກກ່ອນກຳນົດ ເດັກໄດ້ 8ເດືອນ ເປັນລູກຜູ້ທີ່3 ເດັກ ເປັນເພດຍິງ ແຂງແຮງດີ. ດັ່ງນັ້ນ, ຫນ່ວຍກູ້ໄພມູນນິທິ ໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວ ນຳສົ່ງໂຮງຫມໍ ມິດຕະພາບ150ຕຽງ






© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______
Powered by Blogger.