Header Ads

ໄຂກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ມິຖຸນາ 2018 ເພື່ອຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ຮັບຮອງເອົາ 5 ເອກະສານສໍາຄັນ




ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ມິຖຸນາ 2018 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 25 ມິຖຸນາ 2018 ຢູ່ທີ່ ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ.



ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ມິຖຸນາ ໃນຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ຮັບຮອງເອົາ 05 ເອກະສານສໍາຄັນ ຄື:

1). ບົດລາຍງານກ່ຽວກັບການຄຸ້ມຄອງລາຄາສິນຄ້າ; 
2). ບົດລາຍງານກ່ຽວກັບທິດຜັນຂະຫຍາຍ ແລະ ແຜນການຈັດຕັ້ງປະຕິບັດມາດຕະການ ໃນການກະຕຸ້ນເສດຖະກິດ ໃນໄລຍະ 06 ເດືອນທ້າຍປີ 2018; 
3). ນະໂຍບາຍຂອງລັດຖະບານ ກ່ຽວກັບການພັດທະນາລັດວິສາຫະກິດ ແລະ ການຜະລິດເປັນສິນຄ້າຂອງສະຫະກອນແບບໃໝ່; 
4). ບົດລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດການຜະລິດລະດູແລ້ງ ແລະ ແຜນການຊຸກຍູ້ການຜະລິດລະດູຝົນ; 5). ແຜນຍຸດທະສາດການຮ່ວມມື ລາວ-ໄທ ດ້ານການພັດທະນາ ໄລຍະ 05 ປີ (2018-2022).

ກອງປະຊຸມລັດຖະບານ ສະໄໝສາມັນໃນຄັ້ງນີ້ ຈະໄດ້ດໍາເນີນເປັນເວລາ 02 ວັນ ຄື: ວັນທີ 25-26 ມິຖຸນາ 2018.

ແຫລ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.