Header Ads

ທ່ານຮອງນາຍົກລັດຖະມົນຕີ ສືບຕໍ່ຢ້ຽມຢາມ ແລະ ເຮັດວຽກຢູ່ ສປ ຈີນ






ໃນຕອນເຊົ້າຂອງວັນທີ 20 ມິຖຸນາ 2018 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ສໍານັກງານໃຫຍ່ກຸ່ມບໍລິສັດ ການບິນອາວະກາດຈີນ ທີ່ນະຄອນຫຼວງປັກກິ່ງ, ສປ ຈີນ ໂດຍໃຫ້ການຕ້ອນຮັບຈາກ ທ່ານ ຢ້າງ ປາວຫົວ ຮອງອໍານວຍການໃຫຍ່ ກຸ່ມບໍລິສັດ ວິທະຍາສາດເຕັກໂນໂລຊີ ການບິນອາວະກາດຈີນ (CASC) ພ້ອມ ດ້ວຍຄະນະ.



ກຸ່ມບໍລິສັດ ວິທະຍາສາດເຕັກໂນໂລຊີ ການບິນອາວະກາດຈີນ (CASC) ແມ່ນລັດວິສາຫະກິດ ທີ່ມີເຕັກໂນໂລຊີສູງ ເປັນເຈົ້າຂອງລິຂະສິດຊັບສິນທາງປັນຍາ ເຊິ່ງເປັນຍີ່ຫໍ້ທີ່ມີຊື່ສຽງໂດ່ງດັ່ງ, ມີຄວາມສາມາດຄົ້ນຄວ້າປະດິດສ້າງອັນພົ້ນເດັ່ນ ແລະ ແຂ່ງຂັນທີ່ແຂງແຮງ ທີ່ສໍາຄັນທີ່ສຸດ, ເປັນ 1 ໃນແຖວໜ້າ ຈໍານວນ 500 ບໍລິສັດໃນໂລກ, ໂດຍປະຕິບັດໜ້າທີ່ທົດສອບ ການອອກແບບ ແລະ ການຜະລິດ. ຜະລິດຕະພັນອາວະກາດ ແລະ ອາວຸດທີ່ເປັນລະບົບ ເຊິ່ງໃນນັ້ນ ລວມທັງຍານສົ່ງ, ດາວທຽມທຸກຊະນິດ, ຍານອາວະກາດທີ່ມີຄົນຂັບ, ຍານອາວະກາດຂົນສົ່ງວັດຖຸ, ພາຫະນະສໍາຫຼວດຊ່ວງເລິກອາວະກາດ, ສະຖານີອາວະກາດ ແລະ ອື່ນໆ. ສໍາລັບສະຖາບັນເຕັກໂນໂລຊີ ກໍ່ແມ່ນ ໜຶ່ງ ໃນສາຂາຂອງກຸ່ມບໍລິສັດ ວິທະຍາສາດເຕັກໂນໂລຊີ ການບິນອາວະກາດຈີນ ທີ່ເປັນສູນກາງຜະລິດຍານສົ່ງອາວຸດ ແລະ ລູກສອນໄຟໃຫຍ່ທີ່ສຸດ ຂອງປະເທດຈີນ ເຊິ່ງປະຕິບັດໜ້າທີ່ການທົດສອບ, ການອອກແບບ, ການຄົ້ນຄວ້າ ແລະ ການຜະລິດຢ່າງຄົບຊຸດ. ນອກຈາກນີ້ ຍັງເປັນບ່ອນລິເລີ່ມການບິນອາວະກາດ ປະເທດຈີນ. 

ສ່ວນບໍລິສັດ China Rocket ແມ່ນສາຂາຂອງສະຖາບັນເຕັກໂນໂລຊີຍານສົ່ງ ແຫ່ງ ສປ ຈີນ ແລະ ເປັນເວທີສາກົນໜຶ່ງ ໃນດ້ານການບິນອາວະກາດແບບທຸລະກິດ ແລະ ຫັນການນໍາໃຊ້ເຕັກໂນໂລຊີ ອາວະກາດຈີນໄປສູ່ສາກົນ ໂດຍການບໍລິການທຸລະກິດຫຼັກແມ່ນ ການບໍລິການສົ່ງດາວທຽມ, ການນໍາໃຊ້ລະບົບເຄືອຂ່າຍຂໍ້ມູນຂ່າວສານ ເພື່ອສື່ສານເຊື່ອມຕໍ່ ທັງພາກອາວະກາດ ແລະ ທັງພາກພື້ນດິນ ເວົ້າລວມ, ເວົ້າສະເພາະ, ເປັນຜູ້ຮັບເໝົາລວມໂຄງການດາວທຽມລາວ ແລະ ເປັນຂາຫຸ້ນຮ່ວມບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກ ຈໍາກັດອີກດ້ວຍ.




ໃນໂອກາດນີ້, ທ່ານ ຫານ ສີ້ງຜີ້ງ ຮອງປະທານສະພາບໍລິຫານ ບໍລິສັດ China Rocket ໄດ້ລາຍງານສະພາບ ການດໍາເນີນທຸລະກິດ ຂອງບໍລິສັດ Laosat ໃຫ້ຄະນະຂອງທ່ານຮອງນາຍົກລັດຖະມົນຕີ ຊາບວ່າ: ໃນວັນທີ 21 ພະຈິກ 2015 ໄດ້ສົ່ງດາວທຽມ Laosat 1 ສູ່ຍານອາວະກາດປະສົບຜົນສໍາເລັດ ແລະ ໃນວັນທີ 25 ກຸມພາ 2016 ບໍລິສັດດາວທຽມລາວ ກໍ່ໄດ້ຮັບການສ້າງຕັ້ງຂຶ້ນ ເຊິ່ງມີ 4 ພາກສ່ວນຮ່ວມຫຸ້ນນໍາກັນ ໜຶ່ງໃນນັ້ນ ກໍ່ມີລັດຖະບານລາວ. 

ໂຄງການດາວທຽມລາວ ແມ່ນໝາກຜົນທີ່ສະແດງເຖິງ ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ທີ່ໄດ້ຮັບການສະໜັບສະໜູນ ແລະ ການຊຸກຍູ້ຊ່ວຍເຫຼືອຂອງການນໍາຂັ້ນສູງ ຂອງສອງປະເທດລາວ-ຈີນ ຕະຫຼອດມາ. ໃນໄລຍະຜ່ານມາ ດາວທຽມລາວ ໄດ້ປະກອບສ່ວນຊ່ວຍຊຸກຍູ້ການພັດທະນາຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ລະດັບສູງຂອງປະເທດລາວ ແລະ ພາຍຫຼັງທີ່ໄດ້ປ່ອຍສູ່ວົງໂຄຈອນ ກໍ່ໄດ້ເລີ່ມປ່ອຍສັນຍານໃຫ້ບໍລິການ ໂດຍແມ່ນລັດຖະບານລາວ ແລະ ບໍລິສັດຈີນ ໄດ້ຮ່ວມກັນສ້າງຕັ້ງເປັນບໍລິ ສັດຮ່ວມທຶນ ມີອາຍຸການນຳໃຊ້ 15 ປີ ໂດຍຖືເອົາຕະຫຼາດລາວ ເປັນຈຸດເລີ່ມຕົ້ນ ແລະ ຂະຫຍາຍຕະຫຼາດໂທລະຄົມມະນາຄົມທາງດາວທຽມ ໄປໃນຂົງເຂດອະນຸພາກພື້ນ ກວມເອົາຫຼາຍກວ່າ 30 ປະເທດ ໃນອາຊີປາຊີຟິກ ທີ່ນອນໃນແຖບເສດ ຖະກິດເສັ້ນທາງສາຍໄໝ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການຖ່າຍທອດສົດ ໂທລະພາບຜ່ານດາວທຽມ, ທັງເປັນການ ເຕົ້າໂຮມເອົາລະບົບໂທລະຄົມ ມະນາຄົມດ້ານດາວທຽມ, ບໍລິການທາງເຂົ້າຈຸດເຊື່ອມ ອິນເຕີເນັດບໍ່ໃຊ້ສາຍ ດ້ວຍຄວາມໄວສູງ ແລະ ບໍລິການອື່ນໆ. ມາຮອດປະຈຸບັນ, ເປັນໄລຍະເວລາກວ່າ 3 ປີ ບໍລິສັດສາມາດ ບໍລິການຮັບ-ສົ່ງໂທລະພາບຈຳນວນ 130 ຊ່ອງ ເຊິ່ງລວມມີ ຊ່ອງລາວ, ຈີນ ແລະ ຊ່ອງຕ່າງປະເທດ ໂດຍສາມາດຕອບສະໜອງຄວາມຕ້ອງການ ຮັບຊົມໂທລະພາບຂອງປະຊາຊົນລາວ ເຊິ່ງມີລູກຄ້າຈໍານວນ 30 ພັນຄອບຄົວ ແລະ ວາງແຜນຈະພະຍາຍາມສູ້ຊົນ ໃຫ້ໄດ້ລູກຄ້າ 5 ແສນຄອບຄົວໃນ ຕໍ່ໜ້າ. ນອກຈາກຜົນສໍາເລັດ ທີ່ກ່າວມານັ້ນ, ບໍລິສັດຍັງເຫັນວ່າມີສິ່ງທ້າທາຍຈໍານວນໜຶ່ງ ເປັນຕົ້ນ: ຈໍານວນປະລິມານອັດຕາການເຊົ່າຊົມໃຊ້ຂອງຈໍານວນປະຊາກອນ ພາຍໃນປະເທດລາວ ຍັງເຫັນວ່າຕໍ່າ ເນື່ອງຈາກວ່າ ຍັງມີຫຼາຍອຸປະກອນຮັບ-ສົ່ງສັນຍານ ທີ່ນໍາເຂົ້າຈາກພາກສ່ວນອື່ນ ເຊິ່ງໄດ້ເຮັດໃຫ້ມີຜົນກະທົບ ທາງດ້ານລາຍຮັບ ຂອງບໍລິສັດໂດຍກົງ.



ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານຈີນ ທີ່ໄດ້ສ້າງເງື່ອນໄຂໃຫ້ລາວ ໄດ້ມີສິດນໍາໃຊ້ວົງໂຄຈອນຂອງຕົນເອງ ເຊິ່ງຂົງເຂດອາວະກາດ ກໍ່ເປັນຂົງເຂດທີ່ສໍາຄັນ ທີ່ປະກອບສ່ວນເຮັດໃຫ້ປະເທດໃດໜຶ່ງ ມີຄວາມສະຖຽນລະພາບ ແລະ ໝັ້ນຄົງ ໂດຍສະເພາະແມ່ນການພັດທະນາ ທາງດ້ານເຕັກໂນໂລຊີຂໍ້ ມູນຂ່າວສານ ອັນໄດ້ກາຍເປັນການປະກອບສ່ວນເຂົ້າ ໃນການພັດທະນາເສດຖະກິດ-ສັງຄົມ ພ້ອມດຽວກັນນີ້ ກໍ່ສະແດງຄວາມຍ້ອງຍໍຊົມເຊີຍບໍລິສັດ ທີ່ໄດ້ພະຍາຍາມສູ້ຊົນບຸກບືນ ໃນການປະຕິບັດວຽກງານດັ່ງກ່າວ ຈົນໄດ້ຮັບຜົນສໍາເລັດດີຂຶ້ນເປັນກ້າວໆ. ໃນໂອກາດດຽວກັນ ເພື່ອເຮັດໃຫ້ດາວທຽມລາວ ໄດ້ຖືກນໍາໃຊ້ຢ່າງມີປະສິດທິພາບ ແລະ ມີຜົນປະໂຫຍດສູງສຸດ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ສະເໜີໃຫ້ບໍລິສັດ ນໍາໄປສຶກສາຄົ້ນຄ້ວາຕື່ມບາງບັນຫາ ຄື: (1). ກ່ຽວກັບກົນໄກການ ຕະຫຼາດ ນອກຈາກການຕະຫຼາດພາຍໃນປະເທດແລ້ວ ເຫັນຄວນ ຊອກຫາການຕະຫຼາດຢູ່ຕ່າງປະເທດຕື່ມອີກ ເພື່ອສາມາດສ້າງ ລາຍຮັບໄດ້ເພີ່ມ ເນື່ອງຈາກວ່າປະຊາກອນ ຢູ່ພາຍໃນປະເທດລາວ ຍັງມີຈໍານວນໜ້ອຍ; (2) ສະເໜີໃຫ້ບໍລິສັດ ເອົາໃຈໃສ່ໂຄ ສະນາເຜີຍແຜ່ໃນສັງຄົມ ໃນເບື້ອງຕົ້ນອາດ ຈະເນັ້ນໃສ່ປະລິມານລູກຄ້າກ່ອນລາຍຮັບ ຄຽງຄູ່ກັບ ການປັບປຸງບັນດາຊ່ອງລາຍການ ໃຫ້ມີລາຍການທີ່ດີ ແລະ ມີຄວາມຮູ້ແກ່ຜູ້ຊົມໃຊ້. ສິ່ງສໍາຄັນ ແມ່ນເລັ່ງໃສ່ປະຊາຊົນ ທີ່ຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ເພື່ອສ້າງເງື່ອນໄຂໃຫ້ແກ່ເຂົາເຈົ້າ ອາດຈະມີກົນໄກ ຫຼື ນະໂຍບາຍທາງດ້ານລາຄາ ລະຫວ່າງເຂດຕ່າງໆ ເນື່ອງຈາກວ່າປະຊາຊົນຢູ່ໃນເຂດຊົນນະບົດ ມີລາຍຮັບໜ້ອຍ ທັງເປັນຂໍ້ສະດວກໃຫ້ແກ່ການເຜີຍແຜ່ ໂຄສະນາແນວທາງ, ນະໂຍບາຍຂອງພັກ-ລັດຖະບານລາວ ລົງສູ່ຮາກຖານຕົວຈິງ. ຄຽງຄູ່ກັບການສຶກສາເກັບກໍາຂໍ້ມູນ ບັນດາລາຍການທີ່ຜູ້ຊົມໃຊ້ຢູ່ ພາຍໃນ ລາວສ່ວນ ຫຼາຍມີຄວາມຕ້ອງການຫຍັງແທ້. ແນວໃດກໍ່ຕາມ ໃນອະນາຄົດຍັງເຊື່ອໝັ້ນວ່າ ການບໍລິການຂອງບໍລິສັດດາວທຽມ Laosat 1 ຈະມີຄຸນນະພາບດີຂຶ້ນ ແລະ ສິ່ງສໍາຄັນ ຈະມີຕະຫຼາດພາຍໃນກວ້າງຂວາງ ແລະ ເພີ່ມຂຶ້ນເປັນລໍາດັບກ້າວໆ ເພື່ອປະກອບສ່ວນສ້າງລາຍຮັບເຂົ້າງົບປະມານຫຼາຍຂຶ້ນເລື້ອຍໆ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມສູນທົດລອງຄວາມປອດໄພ​ທາງອິນເຕີເນັດ ຂອງບໍລິສັດຫົວເວີຍ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫຼວງ ປັກກິ່ງ ຕື່ມອີກ.


ແຫລ່ງ: ກົມ​ປະ​ຊາ​ສຳ​ພັນ, ພະ​ແນກ​ໂຄ​ສະ​ນາ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.