Header Ads

ລັດ ຈະສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ 3



ລັດ­ຖະ­ບານ ແຕ່ງ­ຕັ້ງ​ຄະ­ນະ​ຊີ້​ນຳ​ລະ­ດັບ​ຊາດ ​ສຳ​ຫຼວດ​ເສດ­ຖະ­ກິດ​ທົ່ວ​ປະ­ເທດ ຄັ້ງ​ທີ 3 ເລີ່ມ​ແຕ່​ປີ 2018-2020 ເພື່ອຂຶ້ນບັນຊີ​​ຫົວ­ໜ່ວຍ​ພື້ນ­ຖານ​ເສດ­ຖະ­ກິດ​ທີ່​ດຳ­ເນີນ​ທຸ­ລະ​ກິດ​ຢູ່​ລາວ ແລະ ສ້າງ​ຖານ​ຂໍ້​ມູນ​​ຫົວ­ໜ່ວຍ​ພື້ນ­ຖານ​ເສດ­ຖະ­ກິດ ເພື່ອ​ຮັບ​ໃຊ້ໃນການ​ສຳ​ຫຼວດ​ຕ່າງໆ ທີ່​ກ່ຽວ​ຂ້ອງກັບ​ຫົວ­ໜ່ວຍ​ເສດ­ຖະ­ກິດ ພ້ອມ​ທັງ​ເປັນ​ບ່ອນ​ອີງ​ແກ່​ການ​ຄາດ​ຄະ­ເນ​ລວມ​ຍອດ​ລາຍ​ຮັບ ແລະ ກຳ­ລັງ​ແຮງ​ງານ​ແຕ່​ລະ​ຂະ­ແໜງ­ການ​ເສດ­ຖະ­ກິດ ​ຕາມ​ລະ­ຫັດ​ສາ­ລະ­ບານ​ການ​ຈັດ​ແບ່ງ​ຂອງ​ສາ­ກົນ.

ກອງ​ປະ­ຊຸມ​ຄັ້ງ​ປະ­ຖົມ​ມະ­ເລີກ ຄະ­ນະ​ຊີ້​ນຳ​ລະ­ດັບ​ຊາດ​ຂອງ​ການ​ສຳ​ຫຼວດ​ເສດ­ຖະ­ກິດ​ທົ່ວ​ປະ­ເທດ ຄັ້ງ​ທີ 3 ປີ 2018 ຈັດ​ຂຶ້ນ​ວັນ​ທີ 6 ທັນ­ວາ 2018 ທີ່​ກະ­ຊວງ​ການ​ເງິນ ໂດຍການ​ເປັນ​ປະ­ທານ​ຂອງ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ແລະ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ຫົວ­ໜ້າ​ຄະ­ນະ​ຊີ້​ນຳ​ການ​ສຳ​ຫຼວດ​ເສດ­ຖະ­ກິດ​ທົ່ວ​ປະ­ເທດ ມີ​ບັນ­ດາ​ຄະ­ນະ​ຊີ້​ນຳ​ຈາກ​ກະ­ຊວງ ແລະ ອົງ​ການ­ຈັດ­ຕັ້ງ​ທີ່​ກ່ຽວ­ຂ້ອງ​ທັງ​ສູນ​ກາງ ແລະ ທ້ອງ­ຖິ່ນ​ເຂົ້າ​ຮ່ວມ.

ທ່ານ ສົມ​ດີ ດວງ​ດີ ກ່າວ​ວ່າ: “ການ​ສຳ​ຫຼວດ​ເສດ­ຖະ­ກິດ​ທົ່ວ​ປະ­ເທດ ຄັ້ງນີ້, ​ມີ​ຄວາມ​ສຳ­ຄັນຈຳ­ເປັນ​ທີ່​ສຸດ ໂດຍ​ການ​ສຳ​ຫຼວດ​ໄດ້​ກຳນົດ​ໄວ້​ໃນ​ກົດ­ໝາຍ​ວ່າ​ດ້ວຍ ​ສະ­ຖິ­ຕິ ແລະ ຍຸດ​ທະ​ສາດ​ພັດ­ທະ­ນາ​ລະ­ບົບ​ສະ­ຖິ­ຕິ​ແຫ່ງ​ຊາດ 2016-2025 ແລະ ວິ­ໄສ​ທັດ 2030. ຜົນ​ການ​ສຳ​ຫຼວດ​ຈະ​ນຳ​ໃຊ້​ເພື່ອ​ຕິດ­ຕາມ​, ປະ​ເມີນ​ຜົນ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ ຂອງ​ປະ­ເທດ; ກຽມ​ສ້າງ​ແຜນ 5 ປີ ຄັ້ງ​ທີ 9 ໂດຍ​ການ​ສຳ​ຫຼວດ​ຄັ້ງ​ທີ 3 ຖື​ເປັນ​ການ​ສຳ​ຫຼວດ​​ໃຫຍ່ທີ່ສຳ­ຄັນ ເຮັດ​ໃຫ້​ລັດ­ຖະ­ບານ ກໍ່​ຄື​ຄະ­ນະ​ຮັບ­ຜິດ­ຊອບ​ໄດ້​ເພີ່ມ​ທະ­ວີ​ຄວາມ​ຮັບ­ຜິດ­ຊອບ​ສູງເປັນ­ຕົ້ນ ການ​ຈັດ​ແບ່ງ​ໜ້າ­ທີ່​ຄວາມ​ຮັບ­ຜິດ­ຊອບ, ກົນ​ໄກ ແລະ ວິ­ທີ​ເຮັດ​ວຽກ​ການ​ສຳ​ຫຼວດ​ພາກ​ສະ­ໜາມ ລວມ​ທັງ​ການ​ຄົ້ນ­ຄວ້າ​ກ່ຽວ​ກັບ​ການ​ນຳ​ໃຊ້​ງົບ­ປະ­ມານ​ໃຫ້​ມີ​ປະ​ສິດ­ທິ​ຜົນ”.


ທີ່ມາ: ນສພ ວຽງຈັນໃໝ່ 
© ໂຕະນໍ້າຊາ | tonamcha.com
________


Powered by Blogger.