Header Ads

ຈີນມີມູນຄ່າ ການລົງທຶນໃນລາວ ຫລາຍກວ່າ6 ຕື້ໂດລາສະຫະລັດ



ໃນ​ວັນ​ທີ 15 ສິງຫາ 2017 ນີ້, ທີ່​ໂຮງ​ແຮມ​ດອນ​ຈັນ​ພາ​ເລດ ກະຊວງ​ແຜນການ ​ແລະ ການ​ລົງທຶນ ຮ່ວມ​ກັບຄະນະ​ ພັດທະນາ​ເສດຖະກິດ​ທົ່ວ​ໂລກ ​ໃນ​ຂອບ​ໜຶ່ງ​​ແລວ​ທາງ​ ໜຶ່ງ​ເສັ້ນທາງ ​ໄດ້​ຈັດ​ກອງ​ປະຊຸມເວທີ​ສົນທະນາ ​ແນະ​ນຳ​ນະ​ໂຍບາຍ ​ແລະ ສະພາບ​ແວ​ດລ້ອມ ​ການ​ລົງທຶນ​ໃນ ສປປ ລາວ ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ ທ່ານ ຄຳ​ລຽນ ພົນ​ເສນາ ຮອງ​ລັດຖະມົນຕີ​ ກະຊວງ​ແຜນການ ​ແລະ ການ​ລົງທຶນ, ທ່ານ​ ຫວງ ທຽນ ຫາວ ປະທານ​ຄະນະ​ສົ່ງ​ເສີມ​ ໜຶ່ງ​​ແລ​ວທາງ​ໜຶ່ງ​ເສັ້ນທາງ ປະຈຳ ສປປ ລາວ, ມີຜູ້ຕາງໜ້າ​ ລັດຖະບານ​ແຂວງ​ເສ​ສວນ ສປ ຈີນ ພ້ອມ​ດ້ວຍ​ຄະນະ​ ນັກທຸລະກິດ​ຈີນ ​ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າຮ່ວມ. ກອງ​ປະຊຸມ​ດັ່ງກ່າວ, ​ແມ່ນ​ເພື່ອພົບ​ປະ​ແລກປ່ຽນ​ ຂໍ້​ມູນ​ກັນ​ລະຫວ່າງ ລາວ-ຈີ​ນ ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ອັນ​ດີ​ ໃຫ້​ສອງ​ປະ​ເທດ ​ໄດ້​ມີ​ການ​ຕິ​ດຕໍ່​ພົວພັນ ​ທຸລະ​ກິດ​ດ້ານ​ການ​ຄ້າ, ການ​ລົງທຶນ ​ແລະ ​ແລກປ່ຽນ​ບົດຮຽນ ​ທາງ​ທຸລະ​ກິດ​ນຳ​ກັນ​ໃນ​ຕໍ່ໜ້າ ​ໃນ​ແນວ​ຄວາມ​ຄິດ “ໜຶ່ງ​ເສັ້ນທາງ​ໜຶ່ງ​ເລວ​ທາງ”.



ໃນ​ໂອກ​າດດັ່ງກ່າວ, ທ່ານ ຄຳ​ລຽນ ພົນ​ເສນາ ​ກ່າວ​ວ່າ: ​ໃນ​ຍຸກ​ສະ​ໄໝ​ ແຫ່ງ​ການ​ເຊື່ອມ​ໂຍງ​ສາ ກົນ​ນີ້ ການ​ຮ່ວມ​ມື​ກັບ​ພາຍ​ນອກ ​ແມ່ນ​ມີ​ຄວາມ​ສຳຄັນ​ຫລາຍ ຕໍ່​ການ​ພັດທະນາ​ ເສດຖະກິດ-ສັງຄົມ​ ຂອງ​ປະ​ເທດ ​ຊຶ່ງ ສປປ ລາວ ​ໃຫ້​ຄວາມ​ສຳຄັນ ​ແລະ ມີ​ນະ​ໂຍບາຍ​ເປີດ​ກວ້າງ​ ຕໍ່​ການ​ຮ່ວມ​ມື​ ກັບ​ບັນ​ດາ​ປະ​ເທດ​ຕ່າງໆ ​ໂດ​ຍສະ​ເພາະ​ ກັບ ສປ ຈີນ ​ໃນ​ຮູບ​ແບບ​ສອງ​ຝ່າຍ ​ແລະ ຫລາຍ​ຝ່າຍ ​ໂດຍ​ຜ່ານ​ເວ​ທີ​ຕ່າງໆ​ຂອງ​ພາກ​ພື້ນ ​ແລະ ສາກົນ. ນັບ​ແຕ່​ສັນຍາ​ການ​ເປີດ​ກວ້າງ, ສົ່ງ​ເສີມ ​ແລະ ປົກ​ປ້ອງ​ການ​ລົງທຶນ ລະຫວ່າງ ລາວ-ຈີນ ທີ່​ໄດ້​ລົງ​ນາມ​ໃນ ​ປີ 1993 ​ເປັນ​ຕົ້ນ​ມາ ການ​ລົງ​ທືນຈາກ ສປ ຈີນ ກໍ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ໄດ້ມີມູນ​ຄ່າ​ການ​ລົງທຶນ​ທັງ​ໝົດ​ 6,6 ຕື້​ໂດ​ລາ​ສະຫະລັດ, ການ​ລົງທຶນ​ຂອງ ສປ ຈີນ ​ແມ່ນ​ຢູ່​ໃນ​ອັນ​ດັບ 1 ຈາກ 53 ປະ​ເທດ ທີ່​ມາ​ລົງທຶນຢູ່ ສປປ ລາວ. ​ເຊິ່ງການ​ລົງທຶນ​ສ່ວນ​​ໃຫຍ່​ແມ່ນ ​ນອນ​ໃນ​ຂະ​ແໜງບໍ່​ແຮ, ​ໄຟຟ້າ, ກະ​ສິກຳ, ອຸດສາຫະກໍາ, ຫັດຖະກຳ ​ແລະ ການ​ບໍລິການ.


ພ້ອມ​ນີ້​, ທ່ານ​ ຄຳ​ລຽນ ພົນ​ເສນາ ຍັງ​ໃຫ້​ຮູ້​ຕື່ມ​​ວ່າ: ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ ກໍ​ຄື​ ການ​ສົ່ງ​ເສີມ​ການ​ລົງທຶນ, ການ​ພົວພັນ​ໄປມາຫາສູ່​ກັນ​ ຂອງ​ປະຊາຊົນ​ສອງ​ປະ​ເທດ ​ໄດ້​ປະກອບສ່ວນ ​ໃນ​ການ​ພັດທະນາ, ​ແກ້​ໄຂ​ຄວາມທຸກ​ຍາກ ​ຂອງ​ປະຊາຊົນ​ລາວ ​ແລະ ​ເປັນ​ພື້ນຖານ​ໃນ​ການ​ປະຕິບັດ​ ວິ​ໄສ​ທັດ​ຮອດ​ປີ 2030, ຍຸດ​ທະ​ສາດຮອດ​ປີ 2025 ​ແລະ ການ​ພັດທະນາ ​​ເສດຖະກິດ-ສັງຄົມ 5 ປີ.


ຂ່າວ: ​ສົມ​ຫວັງ ພາບ: ​ສະຫວາດ
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.