Header Ads

ລັດຖະບານຫວຽດນາມ ປະດັບຫຼຽນໄຊໃຫ້ການນຳແຂວງເຊກອງ



ໃນວັນທີ 15 ສິງຫາ 2017 ທີ່ຫ້ອງວ່າການປົກຄອງແຂວງເຊກອງ ສປປ ລາວ, ທ່ານ ຫງວຽນ ດັກ ກວິ່ງ ຮອງເລຂາຜູ້ປະຈຳການພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດປະຈຳແຂວງເຊິນລາ ສສ ຫວຽດນາມ ໄດ້ຕາງໜ້າໃຫ້ລັດຖະບານ ສສ ຫວຽດນາມ ປະດັບຫຼຽນໄຊອິດສະຫລະຊັ້ນ III ໃຫ້ແກ່ບຸກຄົນໃນການນໍາແຂວງເຊກອງທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນການເສີມຂະຫຍາຍທາດແທ້ມູນເຊື້ອ ແລະ ສາຍພົວພັນສາມັກຄີມິດຕະພາບແບບພິເສດ ລາວ-ຫວຽດນາມ ໂດຍມີທ່ານ ຄຳເຜີຍ ບຸດດາວຽງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆເຊກອງ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.




ທ່ານ ຫງວຽນ ດັກ ກວິ່ງ ໃຫ້ຮູ້ວ່າ: ໂດຍອີງຕາມລັດຖະດຳລັດຂອງປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ສະບັບເລກທີ 1240 ລົງວັນທີ 3 ກໍລະກົດ 2017 ວ່າດ້ວຍການປະດັບຫຼຽນໄຊອິດສະຫຼະຊັ້ນ III ຂອງ ສສ ຫວຽດນາມໃຫ້ແກ່ໃຫ້ແກ່ບຸກຄົນໃນການນໍາແຂວງເຊກອງຈຳນວນ 4 ທ່ານຄື: ທ່ານ ປອ. ຄຳພຽມ ບົວລະພາ ຮອງເລຂາພັກແຂວງເຊກອງ, ທ່ານ ຖາວອນ ພົມມະໄລລຸນ ກໍາມະການປະຈຳພັກແຂວງ, ຮອງເຈົ້າແຂວງເຊກອງ, ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການປະຈຳພັກແຂວງ, ຮອງເຈົ້າແຂວງເຊກອງ ແລະ ທ່ານ ສີດາ ສຸວັນນະສາຍ ຮອງເລຂາພັກແຂວງ, ຮອງເຈົ້າແຂວງເຊກອງທີ່ມີຜົນງານດີເດັ່ນໃນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມຂະຫຍາຍທາດແທ້ມູນເຊື້ອສາຍພົວພັນສາມັກຄີມິດຕະພາບແບບພິເສດ ລາວ-ຫວຽດນາມ.


ໃນໂອກາດດັ່ງກ່າວ ທ່ານ ປອ. ຄຳພຽມ ບົວລະພາ ກໍໄດ້ກ່າວສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນມາຍັງພັກ-ລັດຖະບານ ສສ ຫວຽດນາມ ກໍຄືການນຳຂັ້ນສູງແຂວງເຊີນລາຕາງໜ້າລັດຖະບານຫວຽດນາມເດີນທາງມາປະດັບຫຼຽນໃນຄັ້ງນີ້ ຊຶ່ງທ່າມກາງບັນຍາກາດທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ (ລາວ-ຫວຽດນາມ) ພວມຈັດຕັ້ງການສະເຫຼີມສະຫຼອງ 2 ວັນປະຫວັດສາດຄື: ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 55 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານຄົບຮອບ 40 ປີຢ່າງເປັນຂະບວນຟົດຟື້ນ.

ທ່ານ ປອ. ຄຳພຽມ ບົວລະພາ ຍັງກ່າວອີກວ່າ: ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງຂອງການນຳຂັ້ນສູງແຂວງເຊີນລາໃນຄັ້ງນີ້ ແມ່ນເປັນການປະກອບສ່ວນສຳຄັນໃຫ້ແກ່ການຮ່ວມມື, ຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງສອງຊາດ ລາວ-ຫວຽດນາມ ທີ່ປະທານໄກສອນ ພົມວິຫານ, ປະທານ ໂຮ່ຈີມິນ ສ້າງໄວ້ເວົ້າລວມ ກໍຄືແຂວງເຊກອງ ແລະ ແຂວງເຊີນລາໃຫ້ນັບມື້ແໜ້ນແຟ້ນ ແລະ ໝັ້ນຄົງທະນົງແກ່ນຍິ່ງໆຂຶ້ນ.


ຂ່າວ-ພາບ : ສັນຍາ ແກ້ວໄຊຍະວົງ 
© ໂຕະນໍ້າຊາ | tonamcha.com   
___________

Powered by Blogger.