Header Ads

ຄລິບນາທີໂຈນ 3 ຄົນປຸ້ນຮ້ານຄໍານໍ້າໜັກ 5 ກິໂລ ທີ່ທ່າແຂກ ແຂວງຄໍາມ່ວນ


ເກີດເຫດປຸ້ນຮ້ານຄໍາທີ່ເມືອງທ່າແຂກ ແຂວງຄໍາມ່ວນຂອງວັນທີ 17 ກັນຍາ 2017 ເວລາປະມານ 17:47 ນາທີໂດຍມີຊາຍ 3 ຄົນຖືຖົງດໍາ ພ້ອມດ້ວຍອາວຸດປືນເຂົ້າມາປຸ້ນເອົາຄໍານໍ້າໜັກ 5 ກິໂລ ແລ້ວລົບໜີດ້ວຍການຂີ່ລົດຕູ້ໄປ ເຊິ່ງຜູ້ເສຍຫາຍ (ເຈົ້າຂອງຮ້ານ) ໄດ້ຂີ່ລົດນໍາຄົນໂຈນທີ່ມາປຸ້ນ ພ້ອມກັບມີການຍິງປະທະກັນຈົນເຮັດໃຫ້ລົດຕູ້ຂອງໂຈນ  ເສຍຫຼັກຕົກລົງແມ່ນໍ້າ ແລະ ໂຈນທັງ 3 ກໍເອົາໂຕລົບໜີໄປຢ່າງລອຍນວນ. 







ທາງເຈົ້າໜ້າທີ່ກໍາລັງເລັ່ງຕິດຕາມ ແລະ ສອບສວນເຫດການສະເທືອນຂວັນຊາວຄ້າຂາຍ ແລະ ປະຊາຊົນ ເພື່ອນໍາຄົນຮ້າຍມາລົງໂທດຕາມລະບຽບກົດໝາຍບ້ານເມືອງ.






ສໍາລັບທ່ານມີເບາະແສ, ພົບເຫັນຄົນໄປຂາຍຄໍາ ຫຼື ລັກສະນາຄ້າຍຄືຄົນຮ້າຍທັງ 3 ​ໃຫ້ຮີບແຈ້ງທາງເຈົ້າໜ້າທີ່ໂດຍດ່ວນ
ໂທ : 020- 55559293  ຫຼື 020- 99995253. 

© ໂຕະນໍ້າຊາ | tonamcha.com    
___________


Powered by Blogger.