Header Ads

ເຫດໄຟໄໝ້ ເຮືອນປະຊາຊົນຢູ່ບ້ານສີສັງວອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ



ວັນທີ 13/12/2018 ເວລາ19:01 ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງຜ່ານເບີ1623 ວ່າມີໄຟໄໝ້ເຮືອນປະຊາຊົນຢູ່ບ້ານສີສັງວອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ . ທີມງານ ໜ່ວຍກູ້ໄພມູນນິທິ1623 ອອກກວດສອບເຫດພົບວ່າເປັນເຮືອນກໍ່ 2 ຊັ້ນ1ຫຼັງ



ດັ່ງນັ້ນມ ໜ່ວຍກູ້ໄພມູນນິທິ1623 ຈິ່ງໄດ້ສົມທົບກັບພະແນກສະກັດກັ້ນອັກຄີໄພນະຄອນຫຼວງໄດ້ຊ່ວຍກັນຄວບຄຸມເພີງສຳເລັດເປັນທີ່ຮຽບຮ້ອຍ ຄວາມເສຍຫາຍແມ່ນເຮືອນວິນລ້າ1ຫຼັງ ສ່ວນສາເຫດແມ່ນທາງເຈົ້າຫນ້າທີ່ສືບສວນສອບສວນໃນຂັ້ນຕໍ່ໄປ. 










ພາບ ແລະ ຂ່າວ: ໜ່ວຍກູ້ໄພ 1623

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.